ພິທີມອບລາງວັນສື່ມວນຊົນ70ປີສະພາແຫ່ງຊາດຫວຽດນາມ

ພິທີມອບລາງວັນສື່ມວນຊົນ70ປີສະພາແຫ່ງຊາດຫວຽດນາມ - ảnh 1
ຫໍສະພາແຫ່ງຊາດ ຫວຽດນາມ
(ພາບ: TTXVN)

(vovworld) – ພິທີ​ສະຫລຸບ ​ແລະ ມອບ​ລາງວັນ​ສື່​ມວນ​ຊົນ 70 ປີ​ ແຫ່ງ​ວັນ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ດຳ​ເນີນ​​​ໄປໃນ​ຕອນ​ຄ່ຳ​ວັນ​ທີ 28/12 ຢູ່ຮ່າ​​ໂນ້ຍ.  ມີ​ບົດ​ປະພັນ​ທີ່​ດີ​ເດັ່ນ 34 ບົດ​ໃນ​ຈຳນວນ 396 ບົດ​ປະພັນທີ່​ເຂົ້າ​ຮ່ວມ​ການ​ເສັງ ຈະ​ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ພິທີ​ມອບ​ລາງວັນ, ​ໃນ​ນັ້ນ​ລາງວັນ A ມີ 4 ລາງວັນ, ລາງວັນ B ມີ 8 ລາງວັນ ​ແລະ ລາງວັນ C ມີ 10 ລາງວັນ. ລາງວັນ​ສື່​ມວນ​ຊົນ “70 ປີ​ ​ສະພາ​ແຫ່ງ​ຊາດ ຫວຽດນາມ” ​ໂດຍ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ສົມທົບ​ກັບ ​ສະມາຄົມ​ນັກ​ຂ່າວ ຫວຽດນາມ ຈັດ​ຕັ້ງ. ລາງວັນ​ສື່​ມວນ​ຊົນ “ 70 ປີ​ ​ສະພາ​ແຫ່ງ​ຊາດ ຫວຽດນາມ” ​ໄດ້​ຮັບ​ການຈັດ​ຕັ້ງຂຶ້ນ ​ເພື່ອ​ແນ​ໃສ່​ຮັບຮູ້, ລະດົມກຳລັງ​ໃຈ, ຍ້ອງຍໍ​ບັນດາ​ນັກ​ຂ່າວ, ບັນນາທິການ​, ​ເພື່ອນຮ່ວມ​ງານ ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ມີ​ບົດ​ປະພັນທີ່​ມີ​ຄຸນ​ນະພາ​ບດີ ກ່ຽວກັບ​ການຈັດ​ຕັ້ງ​ ​ແລະ ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ​. ​ໂດຍ​ຜ່ານ​ບັນດາ​ບົດ​ປະພັນດັ່ງກ່າວ ​ໄດ້​ປະກອບສ່ວນ​ຢັ້ງຢືນ​ຜົນງານ ​ແລະ ຖອດ​ຖອນ​ບັນດາ​ບົດຮຽນ ​ເຊິ່ງສະພາ​ແຫ່ງ​ຊາດ ຫວຽ​ດນາມ ບັນລຸ​​ໄດ້​ໃນ 70 ປີຜ່ານມາ; ຕໍ່​ຈາກ​ນັ້ນ ​ໄດ້ຢືນຢັນ​ທີ່​ຕັ້ງ, ພາລະບົດບາດ​ຂອງ​ສະພາ​ແຫ່ງຊາດ ​ເປັນ​ອົງການ​ຜູ້​ແທນ​ສູງ​ສຸດ​ຂອງ​ປະຊາຊົນ; ອົງການ​ມີ​ສິດ​ອຳນາດ​ແຫ່ງ​ລັດ​ສູງ​ສຸດ​ຂອງ​ປະ​ເທດສາທາລະນະ​ລັດ ສັງຄົມນິ​ຍົມ ຫວຽດນາມ.

ຂ່າວ/ບົດ​ອື່ນ