ພິທີມອບລາງວັນແບບຢ່າງໜຸ່ມຫວຽດນາມທີ່ດີເດັ່ນໃນປີ 2014
10 ແບບຢ່າງໜຸ່ມຫວຽດນາມທີ່ດີເດັ່ນ ໄດ້ຮັບການເຊີດຊູ |
(vovworld)- ຕອນຄ່ຳວັນທີ 28/3 ຢູ່ຮ່າໂນ້ຍ, ກອງທຶນໜູນຊ່ວຍຜູ້ມີຄວາມເກັ່ງກ້າສາມາດໜຸ່ມ ໄດ້ຈັດພິທີມອບລາງວັນແບບຢ່າງໜຸ່ມຫວຽດນາມທີ່ດີເດັ່ນໃນປີ 2014. ລາງວັນແບບຢ່າງໜຸ່ມຫວຽດນາມທີ່ດີເດັ່ນ ແມ່ນລາງວັນອັນສູງສົ່ງຂອງຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ, ກອງທຶນໜູນຊ່ວຍຜູ້ມີຄວາມເກັ່ງກ້າສາມາດໜຸ່ມຫວຽກນາມ, ແນໃສ່ເຊີດຊູສ່ວນບຸກຄົນໜຸ່ມມີຜົນງານດີເດັ່ນໃນຫຼາຍຂົງເຂດ. ມີ 10 ແບບຢ່າງໜຸ່ມຫວຽດນາມທີ່ດີເດັ່ນ ໄດ້ຮັບການເຊີດຊູໃນຄັ້ງນີ້. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຖ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກ່າວວ່າ :
“ ຂ້າພະເຈົ້າຫວັງວ່າ ພວກເພື່ອນໜຸ່ມສູ້ຊົນປະຕິບັດວຽກງານໃຫ້ດີກວ່າອີກ. ດ້ວຍຈິດໃຈນັ້ນ, ຂ້າພະເຈົ້າຊົມເຊີຍບັນດາແບບຢ່າງທີ່ດີເດັ່ນ. ພວກເຮົາມີຄວາມເອກອ້າງທະນົງໃຈວ່າ ພວກເພື່ອນຈະນຳປະເທດພວກເຮົາກ້າວຂຶ້ນເມື່ອປະເທດຊາດຈັດຕັ້ງສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງລັດ”