ພິທີ​ມອບຫຼຽນກາ, ຫຼຽນ​ໄຊ​ຂອງ​ພັກ, ລັດ ລາວ ​​ໃຫ້​ແກ່ໝູ່່ຄະນະ, ສ່ວນ​ບຸກຄົນ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 9 ມັງກອນ, ທີ່ຫໍສະພາແຫ່ງຊາດຫວຽດນາມ ໄດ້ດໍາເນີນພິທີມອບຫຼຽນກາ, ຫຼຽນໄຊຂອງພັກ, ລັດ ລາວ ໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນຂອງສະພາແຫ່ງຊາດຫວຽດນາມ.
ພິທີ​ມອບຫຼຽນກາ, ຫຼຽນ​ໄຊ​ຂອງ​ພັກ, ລັດ ລາວ ​​ໃຫ້​ແກ່ໝູ່່ຄະນະ, ສ່ວນ​ບຸກຄົນ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ - ảnh 1ພິທີມອບຫຼຽນກາ, ຫຼຽນໄຊຂອງພັກ, ລັດ ລາວ ໃຫ້ແກ່ໝູ່່ຄະນະ, ສ່ວນບຸກຄົນຂອງສະພາແຫ່ງຊາດຫວຽດນາມ (ພາບ: quochoi.vn)

        ກ່າວຄໍາເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ, ພິທີມອບຫຼຽນກາ, ຫຼຽນໄຊໃນມື້ນີ້ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດໃນຊຸມວັນຕົ້ນປີໃໝ່, ພາຍຫຼັງທີ່ຫາກໍດໍາເນີນກອງປະຊຸມ ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ - ລາວ ຄັ້ງທີ 42 ສໍາເລັດ ແລະ ບັນລຸໄດ້ໝາກຜົນອັນຈົບງາມ, ເຊິ່ງໄດ້ເປີດອອກບັນດາກາລະໂອກາດໃໝ່ ໃຫ້ແກ່ສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ຫວຽດນາມ - ລາວ, ລາວ - ຫວຽດນາມ ນັບມື້ນັບໝັ້ນແກ່ນກວ່າ. ໃນຜົນງານອັນໃຫຍ່ຫຼວງນັ້ນ ແມ່ນມີການປະກອບສ່ວນບໍ່ແມ່ນໜ້ອຍຂອງສາຍພົວພັນຮ່ວມມືນັບມື້ນັບແໜ້ນແຟ້ນຂອງສະພາແຫ່ງຊາດສອງປະເທດ, ສອງລັດ ຫວຽດນາມ - ລາວ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢັ້ງຢືນວ່າ:

        “ລາງວັນອັນສູງສົ່ງ ເຊິ່ງພັກ, ລັດ ຂອງສອງປະເທດມອບໃຫ້ ແມ່ນມີຄວາມໝາຍທີ່ຍິ່ງໃຫຍ່, ບໍ່ພຽງແຕ່ແມ່ນການຮັບຮູ້ຂອງພັກ, ຂອງປະຊາຊົນສອງປະເທດສໍາລັບບັນດາການປະກອບສ່ວນຂອງ ໝູ່ຄະນະ ແລະ ສ່ວນບຸກຄົນທີ່ໄດ້ຮັບການຍ້ອງຍໍເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຢ່າງມີຊີວິດຊີວາ ແລະ ເຮັດໃຫ້ສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ ເລິກເຊິ່ງກວ່າອີກດ້ວຍ”.

        ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຕີລາຄາສູງການຊ່ວຍເຫຼືອອັນລໍ້າຄ່າ, ຈິງໃຈ, ຫາຍາກ, ທັນການ ແລະ ມີປະສິດທິຜົນຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ນະຄອນ ຫວຽດນາມ ໃນໄລຍະຜ່ານມາ. ສາຍພົວພັນສາມັກຄີແບບພິເສດລະຫວ່າງສະພາແຫ່່ງຊາດ, ບັນດາອົງການຂອງສະພາແຫ່ງຊາດສອງປະເທດ ຫວຽດນາມ - ລາວ ໃນໄລຍະຜ່ານມາ, ລັດແຫ່ງ ສປປ.ລາວ ໄດ້ມອບຫຼຽນໄຊອິດສະຫຼະຊັ້ນ 1, ຊັ້ນ 2, ຊັ້ນ 3, ຫຼຽນໄຊ, ຫຼຽນກາມິດຕະພາບໃຫ້ແກ່ 12 ໝູ່ຄະນະ ແລະ 52 ສ່ວນບຸກຄົນ ທີ່ເຮັດວຽກຢູ່ບັນດາອົງການຂອງສະພາແຫ່ງຊາດຫວຽດນາມ ຍ້ອນມີຜົນງານດີເດ່ັນ; ປະກອບສ່່ວນກໍາລັງເຫື່ອແຮງ ແລະ ສະຕິປັນຍາຂອງຕົນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດ ລາວ ແລະ ສະພາແຫ່ງຊາດຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ