ພິທີມອບຫຼຽນໄຊໂຮ່ຈີມິນ ໃຫ້ແກ່ພະມະຫາອາຈານ 2 ອົງ ຂອງສາມາຄົມ ພຸດທະສາສະໜາ ຫວຽດນາມ

ພິທີມອບຫຼຽນໄຊໂຮ່ຈີມິນ ໃຫ້ແກ່ພະມະຫາອາຈານ 2 ອົງ ຂອງສາມາຄົມ ພຸດທະສາສະໜາ ຫວຽດນາມ - ảnh 1
(ພາບ: baomoi.com)

ວັນ​ທີ 28/12 ຢູ່​ນະຄອນ ​ໂຮ່ຈີ​ມິນ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນ​ເຍີນ ​ໄດ້​ມອບ​ຫຼຽນ​ໄຊ ​ໂຮ່ຈີ​ມິນ​ໃຫ້​ແກ່ ​ພະ​ມະ​ຫາ​ອາຈານ ຖີກຈິ໋ຕິງ, ປະທານ​ສະພາ​ບໍລິຫານ ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ຍ້ອນ​ບັນດາ​ຄຸນ​ງາມ​ຄວາມ​ດີອັນ​ໃຫຍ່​ຫລວງ, ມີ​ຜົນງານ​ທີ່​ດີເດັ່ນ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປະຕິວັດ​ຂອງ​ພັກ ​ແລະ ປະ​ເທດ​ຊາດ. ທ່ານ​ຮ​ອງນາຍົກລັດຖະມົນຕີ ຫງວຽນທ້ຽນ​ເຍີນ​ ​ໄດ້​ໄປ​ຢ​້ຽມຢາມ ​ແລະ  ​ມອບ​ຫຼຽນ​ໄຊ ​ໂຮ່ຈີ​ມິນ​ ໃຫ້​ແກ່​ພະ​ມະຫາ​ອາຈານ ຖີກມິນ​ເຈົາ, ຜູ້​ທີ່​ມີ​ການ​ປະ​ກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ ສະ​ມາ​ຄົມ​ພຸດທະ​ສາສະໜາ​ຫວຽດນາມ, ພິ​ເສດ​ແມ່ນ​​ໃນວຽກ​ງານ​ສຶກສາ, ບຳລຸງ​ສ້າງ​ສົງ​ທີ່ມີ​ຄວາມ​ສາມາດ, ​ເຂົ້າ​ຮ່ວມ​ບັນດາ​ຂະ​ບວນການຂອງ ພຸດທະ​ສາສະໜາ ​ເພື່ອ​ສັນຕິພາບ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

​ເນື່ອງ​ໃນ​ໂອກາດ​​ປີ​ໃໝ່, ທ່ານ​ຮ​ອງນາຍົກລັດຖະມົນຕີ ຫງວຽນທ້ຽນ​ເຍີນ​​ໄດ້​​ອວຍພ​ອນສຸຂະພາບ​ພະ​ມະຫາ​ອາຈານ ​ແລະ ຝາກ​ຄຳ​ອວຍພອນ​​ປີ​ໃໝ່​ມາ​ຍັງ​ພະສົງ​ສາມະ​ເນນ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

“ຂໍ​​ໃຫ້​ພະ​ມະຫາ​ອາຈານ​ມີ​ສຸຂະພາບ​ແຂງ​ແຮງ, ສືບ​ຕໍ່​ນຳພາ​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ບັນລຸ​ໄດ້​ຜົນງານ​ໃໝ່​ຫຼາຍ​ຢ່າງ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ປະ​ເທດ​ຊາດ. ອວຍພອນ​ໃຫ້​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ​ບັນລຸ​ໄດ້ຜົນ​ງານ​ຫຼາຍ​ຢ່າງ​ໃນ​ວຽກ​ງານ ພຸດທະ​ສາສະໜາ ​ເພື່ອ​ເສີມ​ຂະຫຍາຍ​ບັນດາ​ຄູນຄ່າ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ເພື່ອ​ຮັບ​ໃຊ້​ປະ​ເທດ​ຊາດ”

ຂ່າວ/ບົດ​ອື່ນ