ພິທີມອບຮູບພາບວາງສະແດງ“​ເສັ້ນທາງໂຮ່ຈີມິນສາຍພູຫຼວງຕາເວັນຕົກຢູ່ດິນແດນລາວ“


ພິທີມອບຮູບພາບວາງສະແດງ“​ເສັ້ນທາງໂຮ່ຈີມິນສາຍພູຫຼວງຕາເວັນຕົກຢູ່ດິນແດນລາວ“ - ảnh 1
(ພິທີມອບ​ຮູບ​ພາບ​ວາງສະ​ແດງ “ທາງ​ໂຮ່ຈີ​ມິນ​ແຫ່ງ​​ເທບ​ນິຍາຍ
​​ໃນ​ດິນ​ແດນ​ລາວ ​ໄລຍະ 1961-1975“)

(vovworld) - ຕອນ​ເຊົ້າ​ວັນ​ທີ 27/10, ຫໍພິພິດທະພັນ​ປະຫວັດສາດ​ກອງທັບ​ປະຊາຊົນ ລາວ ຢູ່​ນະຄອນຫຼວງ​ວຽງ​ຈັນ, ສະຖານທູດ ຫວຽດນາມ ປະຈຳ​ລາວ​ໄດ້​ຈັດ​ ພິທີມອບ​ຮູບ​ພາບ​ວາງສະ​ແດງ “​ເສັ້ນທາງ​ໂຮ່ຈີ​ມິນ​ແຫ່ງ​​ເທບ​ນິຍາຍ​​ໃນ​ດິນ​ແດນ​ລາວ ​ໄລຍະ 1961-1975“ ​ໃຫ້​ຫໍພິພິດທະພັນ ກອງທັບ​ປະຊາຊົນ​ລາວ. ພາຍຫຼັງ​ສະຖານທູດ ຫວຽດນາມ ປະຈຳ​ລາວ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທ​ດລາວ ສົມທົບ​ກັນ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ດັ່ງກ່າວ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 55 ປີ ​ແຫ່ງ​ວັນ​ເປີດ​ເສັ້ນທາງ​ພູ​ຫຼວງ​ຕາ​ເວັນ​ຕົກ (1961-2016) ຢູ່​ຫໍພິພິດທະພັນ​ປະຫວັດສາດ​ກອງທັບ​ປະຊາຊົນ ລາວ ​ແລະ ຫໍ​ວັດທະນະທຳ​ແຂວງ ສະຫວັນ​ນະ​ເຂດ, ທາງ​ພາກ​ກາງ ລາວ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ສືບ​ຕໍ່​ໂຄສະນາ, ສຶກສາ​ໃຫ້​ພະນັກງານ, ນັກຮົບ ​ແລະ ປະຊາຊົນ ລາວ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ມູນ​ເຊື້ອ, ພາລະກິດ​ອັນ​ສະຫງ່າ​ລາສີ ​ແລະ ມີ​ຄວາມ​ໝາຍ​ສຳຄັນ​ຂອງ​ສາຍ​ທາງ​ແຫ່ງ​ເທບ​ນິຍາຍ​ນີ້.

ກ່າວ​ຄວາມ​ເຫັນ​ທີ່​ພິທີ, ພົນ​ຈັດຕະວາ ວັນ​ທອງ ກົງ​ມະນີ, ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ລາວ, ​ໃຫ້​ຮູ້​ວ່າ:


(ພົນ​ຈັດຕະວາ ວັນ​ທອງ ກົງ​ມະນີ)

 

ຂ່າວ/ບົດ​ອື່ນ