ພິທີມອບຮັບເຂດປູຊະນີຍະສະຖານຄະນະປະຈຳສະພາແຫ່ງຊາດຢູ່ຕວຽນກວາງ

ພິທີມອບຮັບເຂດປູຊະນີຍະສະຖານຄະນະປະຈຳສະພາແຫ່ງຊາດຢູ່ຕວຽນກວາງ - ảnh 1
ເຂດ​ປູຊະນີ​ຍະ​ສະຖາ​ນຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
(ພາບ: TTXVN)


(vovworld) – ຕອນ​ບ່າ​ຍວັນ​ທີ 15/08, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນແຂວງ ຕວຽນ​ກວາງ ຈັດ​ຕັ້ງ​ພິທີມອບ​ຮັບ​ເຂດປູຊະນີ​ຍະ​ສະຖາ​ນຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຢູ່ຕາ​ແສງ ຈຸ​ງອຽນ, ​ເມືອງ ​ເຊີນ​​ເຢືອງ, ​ແຂວງ​ຕວຽນ​ກວາງ. ​ເຂດ​ປູຊະນີ​ຍະ​ສະຖາ​ນຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ​ເລີ່​ມລົ​ງມືກໍ່ສ້າງ​ແຕ່​ປີ 2006 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ 60 ປີ​ແຫ່ງ​ວັນ​ເລືອກທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ ​ເລືອ​ກຕັ້ງ​ສະພາ​ແຫ່ງຊາ​ດຫວຽດນາມ (06/01/1946 – 06/01/2006). ​ເຂດ​ປູຊະນີ​ຍະ​ສະຖາ​ນຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​ມີ​ເນື້ອ​ທີ່​ກວ້າ​ງ 2000 ຕາ​ແມດ, ລວມມີ “​ເຮືອນ​ແຜ່ນ​ສີ​ລາ”, “​​ເຂດ​ອະນຸສອນ​ສະຖານ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ”.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ສະ​ເໜີ​ໃຫ້​ແຂວງ ຕວຽນ​ກວາງ ສືບ​ຕໍ່​ຮັກສາ, ​ເກັບ​ກຳ​ບັນດາ​​ເຄື່ອງວັດຖຸ​ອຸປະ​ກອບ ​ເພື່ອ​ເພີ່ມ​​ເຕີມ ​ແລະ ​ເຮັດ​​ໃຫ້​ແຫຼ່ງຂໍ້​ມູນ​ຂອງ​ເຂດ​ປູຊະນີ​ຍະ​ສະຖາ​ນອຸດົມສົມ​ບູນ​ຂຶ້ນ​ຕື່ມ. ​ແຂວງ​ຕວຽນກວາງ ຕ້ອງນຳ​ເຂດ​ປູຊະນີ​ຍະສະຖາ​ນຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ​ເຂົ້າ​ຮັບ​ໃຊ້​ປະຊາຊົນ​ໂດຍ​ໄວ, ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຄົນ​ເຂົ້າ​ຢ້ຽມ, ຊອກ​ຮູ້​ກ່ຽວ​ກັບ​ສະພາ​ແຫ່ງ​ຊາດ​ຫວຽດນາມ.

ຂ່າວ/ບົດ​ອື່ນ