ພິທີລົງນາມສົມທົບກັນຂົນຂວາຍການຜະລິດ, ດຳເນີນທຸລະກິດດ້ານຄວາມປອດໄພຂອງອາຫານ

(VOVWORLD) -ຕອນເຊົ້າວັນທີ 03 ພະຈິກ, ຢູ່ຮ່າໂນ້ຍ, ລັດຖະບານ, ສະມາຄົມຊາວກະສິກອນຫວຽດນາມ, ສະຫະພັນແມ່ຍິງຫວຽດນາມ ພ້ອມກັນລົງນາມໃນລາຍການສົມທົບກັນໂຄສະນາ, ຂົນຂວາຍການຜະລິດ, ດຳເນີນທຸລະກິດຜະລິດຕະພັນກະເສດ, ສຸຂະອານາໄມດ້ານອາຫານເພື່ອສຸຂະພາບປະຊາຄົມ ໄລຍະ 2017 – 2020.

ພິທີລົງນາມສົມທົບກັນຂົນຂວາຍການຜະລິດ, ດຳເນີນທຸລະກິດດ້ານຄວາມປອດໄພຂອງອາຫານ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ  ກ່າວຄຳເຫັນທີ່ພິທີລົງນາມ

(ພາບ: TTXVN)

ກ່າວຄຳເຫັນທີ່ພິທີລົງນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ສະເໜີ ສະຫະພັນແມ່ຍິງຫວຽດນາມ, ສະມາຄົມຊາວກະສິກອນຫວຽດນາມ ເພີ່ມທະວີຂົນຂວາຍບັນດາສະມາຊິກປະຕິບັດການຜະລິດສະບຽງອາຫານ, ຜະລິດຕະພັນກະເສດປອດສານຜິດ ແຕ່ຊົນນະບົດຕະຫຼອດຮອດຕົວເມືອງຕາມບັນດາມາດຕະຖານທີ່ໄດ້ກຳນົດໄວ້. ພ້ອມກັນນັ້ນບັນດາສະມາຄົມຂັ້ນຕ່າງໆຍັງເພີ່ມທະວີໂຄສະນາ, ຂົນຂວາຍຕິດຕາມກວດກາ, ປະຕິເສດຜະລິດຕະພັນກະເສດ, ອາຫານປົນເປື້ອນ ເພື່ອໃຫ້ປະຊາຊົນທຸກຄົນພ້ອມກັນໄດ້ຮັບປະທານອາຫານປອດສານຜິດ, ມີແຫຼ່ງກຳເນີດຢ່າງຈະແຈ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ