(vovworld)- ຕອນເຊົ້າວັນທີ 20/6, ຢູ່ສູນກະຈາຍສຽງ ເລກທີ 58 ກວານຊື ຮ່າໂນ້ຍ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV) ຫງວຽນດັງຕຽນ ໄດ້ຕ້ອນຮັບຄະນະການນຳຂັ້ນສູງສຳນັກຂ່າວສານ JiJi Press ຂອງ ຍີ່ປຸ່ນ ໂດຍທ່ານ Sadafumi Tani ຜູ້ອຳນວຍການບໍລິຫານນຳຫນ້າ ມາຢ້ຽມຢາມ ແລະ ເຮັດວຽກກັບ VOV ທີ່ການຕ້ອນຮັບ, ທ່ານ ຫງວຽນດັງຕຽນ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຊີ້ແຈງວ່າ:
“ພວກຂ້າພະເຈົ້ານິຍົມນັບຖືປະເທດຍີ່ປຸ່ນ ແລະ ສຳນັກຂ່າວສານ JiJi Press ໃນການເຄື່ອນໄຫວສື່ມວນຊົນ. ພິເສດ ລັດຖະບານ ຍີ່ປຸ່ນ ມີຄວາມເອົາໃຈໃສ່ ແລະ ສະຫນັບສະຫນູນລັດຖະບານຫວຽດນາມ. ນີ້ກໍແມ່ນຈຸດເວລາເໝາະສົມເພື່ອໃຫ້ VOV ແລະ JiJi Press ຮ່ວມມືເພື່ອແລກປ່ຽນຂໍ້ມູນຂ່າວສານທີ່ຈຳເປັນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ”
ທ່ານ Sadafumi Tani ມີຄວາມເຊື່ອໝັ້ນວ່າ: ດ້ວຍການຮ່ວມມືຂອງ VOV, ໄລຍະຈະມາເຖິງ ຈຳນວນຂ່າວ, ບົດຂອງສຳນັກຂ່າວສານ JiJi Press ຈະອຸດົມສົມບູນກວ່າອີກ.