ພິທີລົງນາມໃນຄຳໝັ້ນສັນຍາສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດສະດວກໃຫ້ວິສາຫະກິດ

ພິທີລົງນາມໃນຄຳໝັ້ນສັນຍາສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດສະດວກໃຫ້ວິສາຫະກິດ - ảnh 1
​ພິທີ​ລົງ​ນາມ​​ໃນ​ຄຳ​ໝັ້ນ​ສັນຍາ​
(ພາບ: TTXVN)

(vovworld) - ​ພິທີ​ລົງ​ນາມ​​ໃນ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດຢ່າງ​ສະດວກ​ໃຫ້​ວິ​ສາ​ຫະກິດ​ລະຫວ່າງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກ​ຳ ຫວຽດນາມ (VCCI) ກັບ 21 ​ແຂວງ, ນະຄອນ ​ຖືກ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 22/09 ​ ​ພາຍ​ໃຕ້​ການ​ເປັນ​ສັກຂີ​ພິຍານຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຫ້ວ ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່ ​ແລະ ພັດທະນາ​ວິ​ສາ​ຫະກິດ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຫ້ວ ຮຽກຮ້ອງ​ບັນດາ​ທ້ອງ​ຖິ່ນ​ສົມທົບ​ກັບ VCCI ສ້າງ​ລະບົບ​ດັດຊະນີ​ໜູນ​ຊ່ວຍພັດທະນາ​ວິ​ສາ​ຫະກິດ; ​ໃນ​ນັ້ນ ມີ​ດັດຊະນີ​ສຳຄັນ​ແມ່ນ​ດັດຊະນີ​ປະກອບສ່ວນ​ຂອງ​ວິ​ສາ​ຫະກິດ. ທ່າ​ນຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ວ່າ: ບັນດາ​ທ້ອງ​ຖິ່ນ ປະຕິບັດ​ວຽກ​ງານ​ດຶງ​ດູດ, ຮຽກຮ້​ອງການ​ລົງທຶນ​ຈາກ​ຕ່າງປະ​ເທດ​, ນັບທັງ​ແມ່ນ​ບັນດາ​ກຸ່ມ​ບໍລິສັດ​ຂະໜາດ​ໃຫຍ່ ​ແລະ ວິ​ສາ​ຫະກິດ​ຂະໜາດ​ໜ້ອຍເປັນ​ຢ່າງ​ດີ, ສ້າງ​ກຳລັງ​ໜູນ​ອັນໃຫຍ່​ຫລວງໃຫ້​ແກ່ການ​ພັດທະນາ; ສຸມ​ໃສ່​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ໜ້ອຍ ​ແລະ ຂະໜາດ​ກາງ ດຳ​ເນີນ​ທຸລະ​ກິດ ແລະ ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ…

 

ຂ່າວ/ບົດ​ອື່ນ