ພິທີລະດັບຊາດ 50 ປີແຫ່ງວັນປະຕິບັດຕາມຄຳພິໄນກຳຂອງປະທານໂຮ່ຈີມິນແລະລະນຶກ50ປີແຫ່ງວັນເຖິງແກ່ມໍລະນະກຳຂອງເພິ່ນ

(VOVWORLD) -50 ປີຜ່ານມາ, ແນວຄິດປະທານໂຮ່ຈີມິນ ແລະ ຄຳພິໄນກຳຂອງເພິ່ນ ຍາມໃດກໍ່ຮ່ວມເດີນທາງພ້ອມກັບປະເທດຊາດ, ເຍືອງທາງ, ຊີ້ນຳນຳພາທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ
ພິທີລະດັບຊາດ 50 ປີແຫ່ງວັນປະຕິບັດຕາມຄຳພິໄນກຳຂອງປະທານໂຮ່ຈີມິນແລະລະນຶກ50ປີແຫ່ງວັນເຖິງແກ່ມໍລະນະກຳຂອງເພິ່ນ - ảnh 1 (ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ພິທີ)

ວັນທີ 30 ສິງຫາ, ຢູ່ສູນກອງປະຊຸມແຫ່ງຊາດທີ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ນະຄອນຮ່າໂນ້ຍ ໄດ້ຈັດພິທີລະດັບຊາດ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ (1969 - 2019) ແລະ ພິທີລະນຶກ 50 ປີແຫ່ງວັນເຖິງແກ່ມໍລະນະກຳຂອງເພິ່ນ (02 ກັນຍາ 1969 – 02 ກັນຍາ 2019). ເຂົ້າຮ່ວມພິທີມີ: ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.

        ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ, 50 ປີຜ່ານມາ, ແນວຄິດປະທານໂຮ່ຈີມິນ ແລະ ຄຳພິໄນກຳຂອງເພິ່ນ ຍາມໃດກໍ່ຮ່ວມເດີນທາງພ້ອມກັບປະເທດຊາດ, ເຍືອງທາງ, ຊີ້ນຳນຳພາທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຍາມໃດກໍ່ຢຶດໝັ້ນ ແລະ ຈົ່ງຮັກພັກດີຕໍ່ພາລະກິດ, ອຸດົມການປະຕິວັດຂອງເພິ່ນ. ທ່ານ ຫງວຽນຝູຈ້ອງ, ກ່າວວ່າ.

        “50 ປີແຫ່ງການປະຕິບັດຄຳພິໄນກຳ ແມ່ນໄລຍະທາງປະຫວັດສາດສຳຄັນ ໃນພາລະກິດປະຕິວັດຂອງຫວຽດນາມ ໂດຍພັກນຳພາ, ຢືນຢັນວ່າ ບ່ໍວ່າຈະຢູ່ໃນສະພາບການໃດ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຕ້ອງສາມັກຄີກັນ ເປັນຈິດໜຶ່ງໃຈດຽວກັນ, ຢຶດໝັ້ນເສັ້ນທາງປະຕິວັດເຊິ່ງພັກ, ປະຊາຊົນ ແລະ ປະທານໂຮ່ຈີມິນ ໄດ້ເລືອກເຟັ້ນ. 50 ປີແຫ່ງການປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ ທີ່ແສນເຄົາລົບຮັກໄດ້ປະໄວ້ໃຫ້ພວກເຮົາບັນດາບົດຮຽນປະຫວັດສາດອັນລ້ຳຄ່າ. ນັ້ນແມ່ນບົດຮຽນກຳແໜ້ນຄັນທຸງເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ. ນັ້ນແມ່ນບົດຮຽນພາລະກິດປະຕິວັດແມ່ນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ນັ້ນແມ່ນບົດຮຽນປັບປຸງ, ເພີ່ມທະວີຄວາມສາມັກຄີຢ່າງບໍ່ຢຸດຢັ້ງ; ສາມັກຄີໃນທົ່ວພັກ, ສາມັກຄີທົ່ວປວງຊົນທັງຊາດ, ສາມັກຄີສາກົນ…”

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ຄຳພິໄນກຳຂອງປະທານໂຮ່ຈີມິນ ໄດ້ແຜ່ຄຸນຄ່າຂອງຊາດ ແລະ ຍຸກສະໄໝ, ເຕັມໄປດ້ວຍວັດທະນະທຳ ແລະ ມະນຸດສຳທະຂອງປະທານໂຮ່ຈີມິນ, ແມ່ນຄັນທຸງແຫ່ງການເຕົ້າໂຮມກຳລັງແຮງຂອງທົ່ວປວງຊົນທັງຊາດ, ໄດ້, ພວມ ແລະ ຈະຕໍ່ກຳລັງແຮງ, ເປັນແຫຼ່ງພະລັງງານອັນໃຫຍ່ຫຼວງໃຫ້ແກ່ພັກ, ໃຫ້ແກ່ປະເທດຊາດ ແລະ ປະຊາຊົນໃນພາລະກິດສ້າງສາ ແລະ ປົກປັກຮັກາປະເທດຊາດຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ