ພິທີລະນຶກ 20 ປີແຫ່ງວັນສ້າງຕັ້ງແຂວງ Ninh Binh.
ພາບ: thutuong.chinhphu.vn
|
(vovworld) - ຕອນເຊົ້າວັນທີ 30/3 ແຂວງ Ninh Binh ໄດ້ຈັດຕັ້ງພິທີລະນຶກ 20 ປີແຫ່ງວັນສ້າງຕັ້ງແຂວງ ແລະ 5 ປີ ແຫ່ງວັນສ້າງຕັ້ງນະຄອນ Ninh Binh. ກ່າວຄຳເຫັນນະພິທີ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ໝາກຜົນບັນລຸໄດ້ຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ Ninh Binh ພ້ອມທັງສະເຫນີໃຫ້ແຂວງ Ninh Binh ຈົ່ງຜັນຂະຫຍາຍປະຕິບັດມະຕິສູນກາງພັກຄັ້ງທີ 4 ຢ່າງມີປະສິດທິຜົນ.
“ແຂວງ Ninh Binh ຄວນເສີມຂະຫຍາຍຈິດໃຈຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງທ້ອງຖິ່ນ, ລະດົມ ແລະ ນຳໃຊ້ບັນດາແຫລ່ງກຳລັງຢູ່ພາຍໃນແຂວງ ແລະ ນອກແຂວງຢ່າງມີປະສິດທິຜົນ ເພື່ອສ້າງບາດກ້າວບຸກທະລຸພັດທະນາເສດຖະກິດຢ່າງວ່ອງໄວ, ຮອບດ້ານ, ໝັ້ນຄົງ. ສືບຕໍ່ຍູ້ແຮງການຫັນປ່ຽນໂຄງປະກອບເສດຖະກິດຕາມທິດທັນສະໄຫມ ແລະ ມີປະສິດທິຜົນກວ່າບົນພື້ນຖານນຳໃຊ້ຄວາມກ້າວຫນ້າດ້ານວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດ ສ້າງເປັນຜະລິດຕະພັນທີ່ມີມູນຄ່າສູງ, ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ, ຊອກຫາຕະຫລາດເພື່ອເປີດກວ້າງການສົ່ງອອກ. ນອກນັ້ນແຂວງ Ninh Binh ຄວນພັດທະນາການທ່ອງທ່ຽວທັດສະນີຍະພາບ, ວັດທະນະທຳ ປະຫວັດສາດເພື່ອກາຍເປັນຫນຶ່ງໃນບັນດາສູນທ່ອງທ່ຽວຈຸດສຸມຂອງຊາດ.”