ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງຄະນະກຳມະການຕິດຕາມກວດກາການເງິນແຫ່ງຊາດ

(VOVWORLD) -ຕອນເຊົ້າວັນທີ 06 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງຄະນະກຳມະການຕິດຕາມກວດກາການເງິນແຫ່ງຊາດ (2008 - 2018).
ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງຄະນະກຳມະການຕິດຕາມກວດກາການເງິນແຫ່ງຊາດ - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ)

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ຄະນະກຳມະການສຸມໃສ່ໄຈ້ແຍກ, ຕີລາຄາສະພາບການ, ໂດຍສະເພາະແມ່ນບັນດາຄວາມສ່ຽງທີ່ຊ້ອນແຝງຂອງຕະຫຼາດການເງິນ, ບັນດາການເຄື່ອນໄຫວຂອງທະນາຄານ… ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ.

        “ພະນັກງານຂອງຄະນະກຳມະການຕ້ອງເປັນເຈົ້າການກວ່າ, ທັນການກວ່າໃນການເປັນເສນາທິການສະເໜີບັນດາມາດຕະການແກ້ໄຂລະບົບການເງິນ, ເງິນຕາໃຫ້ສະຖຽນລະພາບ; ສ້າງໂຄງປະກອບລະບົບບັນດາອົງການສິນເຊື່ອຄືນໃໝ່ ຕິດພັນກັບການແກ້ໄຂໜີ້ເສຍ; ນຳໃຊ້ບັນດາມາດຕະຖານສາກົນ ແລະ ທຳນຽມສາກົນ. ພ້ອມທັງ, ອັບເດັດ, ໄຈ້ແຍກ, ລາຍງານສະພາບການການເງິນສາກົນຢູ່ພາຍໃນປະເທດ, ທັງບັນດາຕະຫຼາດການເງິນ, ອະສັງຫາລິມະຊັບ, ປະກັນໄພ; ສະເໜີເປັນເສນາທິການໃຫ້ລັດຖະບານ ແລະ ນາຍົກລັດຖະມົນຕີຢ່າງທັນການ.”

ຕອບກັບ

ຂ່າວ/ບົດ​ອື່ນ