ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງບໍລິສັດ Samsung Electronics ຫວຽດນາມ ຈຳກັດ

(VOVWORLD) - ວັນທີ 20 ເມສາ, ທີ່ແຂວງ ບັກນິງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງບໍລິສັດ Samsung Electronics ຫວຽດນາມ ຈຳກັດ.
ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງບໍລິສັດ Samsung Electronics ຫວຽດນາມ ຈຳກັດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຖືວ່າ: ຜົນສຳເລັດຂອງ Samsung ຢູ່ ຫວຽດນາມ ກໍ່ແມ່ນຜົນສຳເລັດຂອງນະໂຍບາຍປະຕິຮູບ, ຍົກສູງຄຸນນະພາບ ແລະ ລັກສະນະດູດດື່ມໃນສະພາບແວດລ້ອມແຫ່ງການລົງທຶນຂອງລັດຖະບານ ຫວຽດນາມ ໃນໄລຍະຜ່ານມາຢ່າງບໍ່ຢຸດຢັ້ງ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ສົ່ງເສີມບັນດາວິສາຫະກິດ ສ.ເກົາຫຼີ ເວົ້າລວມ ແລະ ກຸ່ມບໍລິສັດ Samsung ເວົ້າສະເພາະ ສືບຕໍ່ເປີດກ້ວາງການລົງທຶນຜະລິດຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີສະເໜີບັນດາວິສາຫະກິດ ສ.ເກົາຫຼີ ຄວນຖ່າຍທອດເຕັກໂນໂລຢີ, ເອົາໃຈໃສ່ ແລະ ຮັບປະກັນສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານ, ບຳລຸງສ້າງອາຊີບຢ່າງແທ້ຈິງ; ເອົາໃຈໃສ່ເປັນພິເສດເຖິງການຮັບປະກັນຊີວິດສັງຄົມ; ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ກາຍເປັນຄູ່ຮ່ວມມືເຂົ້າຮ່ວມໃນລະບົບຄຸນຄ່າທົ່ວໂລກເທື່ອລະກ້າວ, ຍົກສູງອັດຕາຜະລິດພາຍໃນ.

ຕອບກັບ

ຂ່າວ/ບົດ​ອື່ນ