ພິທີສະເຫຼີມສະຫຼອງ 1979 ປີແຫ່ງວັນລຸກຮື້ຂຶ້ນຂອງ 2 ພະນາງຈຶງ

(VOVWORLD) -ຕອນເຊົ້າວັນທີ 11 ມີນາ, ຢູ່ເຂດວັດວາອາຮາມ 2 ພະນາງຈຶງ, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 1979 ປີແຫ່ງວັນລຸກຮື້ຂຶ້ນຂອງ 2 ພະນາງຈຶງ (0040 - 2019).

ພິທີສະເຫຼີມສະຫຼອງ 1979 ປີແຫ່ງວັນລຸກຮື້ຂຶ້ນຂອງ 2 ພະນາງຈຶງ - ảnh 1ສະເຫຼີມສະຫຼອງ 1979 ປີແຫ່ງວັນລຸກຮື້ຂຶ້ນຂອງ 2 ພະນາງຈຶງ

(ພາບ: kinhtedothi.vn)

ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຮ່ວາງຈູງຫາຍ, ພ້ອມກັບການນຳ, ອະດີດການນຳນະຄອນໄດ້ເຂົ້າຮ່ວມພິທີ.

        ທີ່ພິທີ, ບັນດາຜູ້ແທນສູນກາງ ແລະ ນະຄອນຮ່າໂນ້ຍ ໄດ້ຖະຫວາຍທູບທຽນ ອາໄລຫານັກວິລະຊົນຂອງຊາດ 2 ພະນາງຈຶງ, ພ້ອມກັບຄວນຄືນປະຫວັດສາດ, ວາດພາບບັນຍາກາດອົງອາດກ້າຫານການລຸກຮື້ຂຶ້ນຂອງ 2 ພະນາງຈຶງ ກ່ອນນີ້ 1979 ປີ. ເຫດການນີ້ກໍ່ໄດ້ດຶງດູດການເຂົ້າຮ່ວມຂອງປະຊົນມາຖະຫວາຍທູບທຽນເປັນຈຳນວນຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ