ພີທີສະເຫຼີມສະຫຼອງ 72 ປີແຫ່ງວັນຊາດຫວຽດນາມ ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ

(VOVWORLD) -ຕອນຄ່ຳວັນທີ 04 ກັນຍາ, ຢູ່ນະຄອນເກີນເທີ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ (05 ກັນຍາ 1962 – 05 ກັນຍາ 2017).

ພິທີສະເຫຼີມສະຫຼອງແມ່ນເພື່ອແນໃສ່ຫວນຄືນມູນເຊື້ອຄວາມສາມັກຄີ, ມິດຕະພາບທີ່ດີງາມລະຫວ່າງ 2 ປະເທດຫວຽດນາມ - ລາວ. ພ້ອມກັນນັ້ນ, ນີ້ກໍ່ແມ່ນໜຶ່ງໃນບັນດການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳສິລະປະ, ປະກອບສ່ວນຊຸກຍູ້ນ້ຳໃຈມິດຕະພາບອັນສະໜິດແໜ້ນລະຫວ່າງຫວຽດນາມ - ລາວ ຕື່ມອີກ. ກ່າວຄຳເຫັນທີ່ພິທີ, ທ່ານ ເຈືອງກວາງຮ່ວາຍນາມ, ຮອງປະທານຄະນະກຳມະການປະຊາຊົນນະຄອນເກີນເທີ, ເນັ້ນໜັກວ່າ.

“ເສີມຂະຫຍາຍມູນເຊື້ອກ່ຽວກັບການຮັກສາສາຍພົວພັນປະຫວັດສາດແບບພິເສດ, ຮອບດ້ານລະຫວ່າງຫວຽດນາມ - ລາວ, ໃນຊຸມປີຜ່ານມາ ນະຄອນເກີນເທີ ໄດ້ເພີ່ມທະວີຈັດຕັ້ງບັນດາການເຄື່ອນໄຫວສາມັກຄີ, ສັນຕິພາບ, ມິດຕະພາບຫວຽດນາມ - ລາວ; ຮັກສາການພົວພັນກັບແຂວງ ສະຫວັນນະເຂດ ໜູນຊ່ວຍທຶນການສຶກສາໃຫ້ນັກສຶກສາລາວ ມານະຄອນເກີນເທີ ຮ່ຳຮຽນ ແລະ ຍາມໃດນະຄອນເກີນເທີ ກໍ່ສ້າງທຸກເງື່ອນໄຂສະດວກເພື່ອໜູນຊ່ວຍການຮ່ວມມືກັບລາວ.”

ພີທີສະເຫຼີມສະຫຼອງ 72 ປີແຫ່ງວັນຊາດຫວຽດນາມ ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ - ảnh 1

(ທ່ານລັດຖະມົນຕີກະຊວງການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ)

ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ 72 ປີວັນຊາດຫວຽດນາມ ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ, ຢືນຢັນວ່າ.

(ທ່ານລັດຖະມົນຕີກະຊວງການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ)

ຕອບກັບ

ຂ່າວ/ບົດ​ອື່ນ