ພິທີສະເຫຼີມສະຫຼອງ 95 ປີແຫ່ງວັນ ການປະຕິວັດເດືອນ ຕຸລາລັດເຊຍ

ພິທີສະເຫຼີມສະຫຼອງ 95 ປີແຫ່ງວັນ ການປະຕິວັດເດືອນ ຕຸລາລັດເຊຍ - ảnh 1
ທ່ານ V.I.Lenin ໄດ້ນຳພາການປະຕິວັດເດືອນ ຕຸລາລັດເຊຍສຳ​ເລັດ​ຜົນ
(ພາບ : internet)


Vovworld- ຕອນ​ເຊົ້າ​ວັນ​ທີ 6/11, ຢູ່​ນະຄອນ​ໂຮ່ຈິ​ມິນ, ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ນະຄອນ​ໂຮ່ຈິນມິນ ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ-ລັດ​ເຊຍ​ນະຄອນ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 95 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ຕຸລາ​ລັດ​ເຊຍ(7/11/1917 – 7/11/2012) . ທີ່ ພິທີ​ສະ​ເຫຼີ​ມສະຫຼອງ, ບັນດາ​ຜູ້​ເຂົ້າ​ຮ່ວມ​ໄດ້​ທົບ​ທວນຄືນ​ເຫດການ​ປະຫວັດສາດ​ທີ່​ເຮັດ​ໃຫ້​ໂລກ​ສັ່ນ​ສະ​ເທືອ​ນ ກ່ອນ​ນີ້ 95 ປີ​ຢູ່​ປະ​ເທດ​ລັດ​ເຊຍ. ສຳລັບ​ຫວຽດນາມ, ວັນ​ການ​ປະຕິວັດ​ເດືອນ​ຕຸລາ​ລັດ​ເຊຍ​ແມ່ນ​ມີ​ຄວາມ​ໝາຍ​ພິ​ເສດ, ສົ່ງ​ຜົນ​ສະທ້ອນ​ອັນ​ໃຫຍ່​ຫຼວງ​ເຖິງ​ການ​ປະຕິວັດ​ປົດ​ປ່ອຍ​ຊາດ ​ແລະ ການ​ພັດທະນາ​ຂອງ​ຫວຽດນາມ. ນີ້​ກໍ​ແມ່ນ​ພື້ນຖານ​ຂອງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ປະ​ເສດ​ເລີດ​ລ້ຳ​ລະຫວ່າງ 2 ຊາດ​ຫວຽດນາມ-ລັດ​ເຊຍ. ກ່າວ​ຄຳ​ເຫັນ​ທີ່ ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ Anatoly Vassilievich Borovik  ຫົວໜ້າ​ກອງ​ສູນ​ໃຫຍ່​ລັດ​ເຊຍ​ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ເນັ້ນ​ໜັກ​ວ່າ :

   “ ສິ່ງ​ທີ່​ສຳຄັນ, ​ແມ່ນ​ເຖິງ​ວ່າ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ໃນ​ບັນດາ​ຂົງ​ເຂດ​ທີ່​ແຕກ​ຕ່າງ​ກັນ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ 10 ປີ​ມໍ່​ມາ​ນີ້​ກໍ​ຕາມ, ​ແຕ່​ພວກ​ເຮົາ​ຍັງ​ຄົງ​ສາມາດຮັກສາ ​ແລະ ປັບປຸງ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ມິດຕະພາບ​ຖານ​ອ້າຍ​ນ້ອງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເຂົາ​ໃຈ​ຊຶ່ງ​ກັນ ​ແລະ ກັນ ​ແລະ ກາ​ນຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ-ລັດ​ເຊຍ. ການ​ສົນທະນາ​ຫາລື​ດ້ານ​ການ​ເມືອງທີ່​ເຕັມ​ໄປ​ດ້ວຍ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ ​ແມ່ນ​ປັດ​ໄຈ​ທີ່​ສຳຄັນ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ ”

 

ຂ່າວ/ບົດ​ອື່ນ