ພິທີສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງແຂວງຫາຍເຢືອງຄືນໃໝ່

ພິທີສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງແຂວງຫາຍເຢືອງຄືນໃໝ່ - ảnh 1
ພິທີສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງແຂວງຫາຍເຢືອງຄືນໃໝ່

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 24/12 ຢູ່​ແຂວງ ຫາຍ​ເຢືອງ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມ​ສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ຫາຍ​ເຢືອງ ຄືນ​ໃໝ່. ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ມີ​ທ່ານ​ນາງ​ປະທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິມ​ເງິນ, ທ່ານ ​ເຈີ່ນ​ກວກ​ເວື້ອງ ຫົວໜ້າ​ຄະນະ​ກຳມະການ​ກວດກາ​ສູນ​ກາງ, ທ່ານ ຫວູດຶກ​ດາມ ຮອງ​ນາຍົກລັດຖະມົນຕີ ຫວຽດນາມ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີມສະຫຼອງ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນທິກິມ​ເງິນ ຢືນຢັນ​ວ່າ: ຫວນ​ຄືນ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ​ຄືນ​ໃໝ່, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ ຫາຍ​ເຢືອງ ບັນ​ລຸ​ໄດ້​ບັນດາ​ຜົນງານ​ສຳຄັນ, ຮອບດ້ານ​ໃນ​ທຸກ​ຂົງ​ເຂດ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຮຽກຮ້ອງ​ແຂວງ ຫາຍ​ເຢືອງ ພັດທະນາ​ຂະ​ແໜງ​ທ່ອງ​ທ່ຽວ​ຕາມ​ທິດ​ຫັນ​​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ​ເປີດ​ບັນດາ​ຮູບ​ແບບ​ບໍລິການ​ໃໝ່, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ເນັ້ນ​ໜັກ​ວ່າ:

        “​​ໃນ​ໄລຍະ​ຈະ​ມາ​ເຖິງ, ຫາຍ​ເຢືອງ ຄວນ​ມີ​ບັນດາ​ມາດ​ຕະການ​ຢ່າງ​ຂ້ຽວຂາດ ​ເພື່ອ​ຍົກ​ສູງ​ດັດຊະນີ​ກຳລັງ​ຄວາມ​ສາມາດ​, ດັດຊະນີ​ແກ່ງ​ແຍ້​ງຂັ້ນ​ແຂວງ ​ໃຫ້ບັນລຸ​ລະດັບສະ​ເລ່ຍລວມ​ໃນ​ເຂດ. ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່​ເທື່ອ​ລະ​ກ້າວ​ຕາມ​ທິດ​ພັດທະນາ​ບັນດາ​ຂົງ​ເຂດ​ທີ່ມີ​ມູນ​ຄ່າ​ເພີ່ມ​ຂຶ້ນ​ສູງ, ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ ​ແລະ ພັດທະນາ​ແບບ​ຍືນ​ຍົງ​​ເທື່ອ​ລະ​ກ້າວ. ​ເພີ່ມ​ທະວີ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ, ສ້າງ​ເງື່ອນ​​ໄຂ​ສະດວກ​ໃຫ້​ແກ່​ປະຊາຊົນ, ວິ​ສາ​ຫະກິດ​ພັດທະນາ”.

        ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ​ແຂວງ ຫາຍ​ເຢືອງ ​ເປັນ​ກຽດໄດ້​ຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 1, ​ເຊິ່ງ​ແມ່ນ​ລາງວັນ​ອັນ​ສູງສົ່ງ​ຂອງ​ພັກ, ລັດ​ມອບ​ໝາຍ​ໃຫ້.

 


ຂ່າວ/ບົດ​ອື່ນ