ພິທີສະເຫຼີມສະຫຼອງ40ປີແຫ່ງການຮ່ວມມືຫວຽດນາມ-Unicef

ພິທີສະເຫຼີມສະຫຼອງ40ປີແຫ່ງການຮ່ວມມືຫວຽດນາມ-Unicef - ảnh 1
ພິທີສະເຫຼີມສະຫຼອງ40ປີແຫ່ງການຮ່ວມມືຫວຽດນາມ-Unicef
(ພາບ: TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 22/9, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ສົມທົບ​ກັບ​ກອງ​ທຶນ​ສະຫະ​ປະຊາ​ຊາດ​ເພື່ອ​ເດັກນ້ອຍ (Unicef) ຈັດ​ຕັ້ງ​ພິທີ​ສ​ະເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ Unicef, ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ຂອບ​ໃຈ Unicef ​ແລະ ບັນດາ​ຜູ້​ຮ່ວມ​ງານ​ທີ່​ໄດ້​ຊ່ວຍ​ເຫຼືອ​ຫວຽດນາມ ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ​ໃນ​ວຽກ​ງານ​ປົກ​ປັກ​ຮັກສາ, ສົ່ງ​ເສີມ ​ແລະ ສຶກສາ​ເດັກນ້ອຍ​ໃນ​ຕະຫຼອດ 40 ປີຜ່ານມາ.

        “ລັດຖະບານ​ຫວຽດນາມ, ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່​ພ້ອມ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ພ້ອມ​ກັບປະ​ເທດ​ຕ່າງໆ​ສູ້​ຊົນ​ເພື່ອ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ການ​ຮ່ວມ​ມື. ​ເຖິງ​ວ່າ​ໃນ​ອະນາຄົດ ຫວຽດນາມ​ ​ໄດ້​ຮັບ​ການ​ພັດທະນາ​ແລ້ວ​ກໍ່ຕາມ, ​ແຕ່​ຍາມ​ໃດ​ກໍ່​ຕ້ອງການ​ໄດ້​ຮັບ​ຄວາມ​ແບ່ງປັນ​ຈາກ​ພວກ​ເພື່ອນ ຂອງ​ໂລກ ​ເພື່ອ​ພ້ອມ​ກັນ​ສ້າງ​ເປັນ​ບັນດາ​ບົດຮຽນ​ດີ​ທີ່​ສຸດ​ໃຫ້​ເດັກນ້ອຍ ​ແລະ ​ໃຫ້​ພາຍ​ພາກ​ໜ້າ​“.

        ສ່ວນ​ທ່ານ Daniel Toole, ຜູ້ອຳນວຍການ Unicef ພາກ​ພື້ນ​ອາຊີ - ປາຊີ​ຟິກ ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ບົດບາດນຳ​ພາ ​ແລະ ນຳ​ໜ້າ​ໃນ​ອາ​ຊຽນ.

        “Unicef ຫວັງ​ວ່າ​ຈະ​ສືບ​ຕໍ່ ​ແລະ ຍູ້​ແຮງ​ການ​ພົວພັນ​ກັບ​ຫວຽດນາມ, ​ເພາະວ່າພວກ​ເຮົາ​ກໍ່​ຄື​ພວກ​ເພື່ອນ​ລ້ວນ​ແຕ່​ເຂົ້າ​ໃຈ​ແຈ້ງວ່າ, ຍາມ​ໃດ​ສິດ​ຂອງ​ເດັກນ້ອຍ​ແຕ່ລະຄົນ​ບໍ່​ທັນ​ໄດ້​ຮັບ​ການ​ນັບຖື, ວຽກ​ງານ​ຂອງ​ພວກ​ເຮົາ​ກໍ່​ບໍ່​ທັນ​ສິ້ນ​ສຸດ​ເທື່ອ. ພວກ​ເຮົາ​ແບ່ງປັນ​ກັບ​ພວກ​​ເພື່ອນ​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ມາດຕາ 29 ​ໃນ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ສິດ​ຂອງ​ເດັກນ້ອຍ, ສຶກສາ​ໃຫ້​ເດັກນ້ອຍ​ແຕ່ລະຄົນ ​ເພື່ອ​ການ​ພັດທະນາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ບຸກຄະ​ລິກ, ຄວາມ​ສາມາດ, ​ເນື້ອ​ກາຍ ​ແລະ ຈິດ​ໃຈ​ຂອງ​ເດັກນ້ອຍ“.

ຂ່າວ/ບົດ​ອື່ນ