ພິທີສະເຫຼີມສະຫຼອງ60ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມແລະອິນໂດເນເຊຍ

ພິທີສະເຫຼີມສະຫຼອງ60ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມແລະອິນໂດເນເຊຍ - ảnh 1
( ທ່ານ ຫງວຽນ​ດັງ​ຕ໋ຽນ ກ່າວຄຳເຫັນທີ່ພິທີ )

(vovworld) – ​​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ ​ແລະ ສາທາລະນະ​ລັດ ອິນ​ໂດ​ເນ​ເຊຍ (30/12/1955 – 30/12/2015), ​ເນື່ອງ​ໃນ​ໂອກາດ​ນີ້ ​ໃນວັນທີ 30/12 ການ​ນຳ​ຂັ້ນ​ສູງ ຫວຽດນາມ ​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ​ທ່ານ​ Joko Widodo ປະທານາທິບໍດີ ສາທາລະນະ​ລັດ ອິນ​ໂດ​ເນ​ເຊຍ.

        ​ແລະ​ກໍ່​ໃນ​ວັນ​ດຽວກັນ, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້​ສົມທົບ​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ໂດ​ເນ​ເຊຍ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ ຫງວຽນ​ດັງ​ຕ໋ຽນ ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ ຫວຽດນາມ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ການ​ພົວພັນລະຫວ່າງ 2 ປະ​ເທດ​ໄດ້​ມີ​ບາດກ້າວ​ພັດທະນາ​ທຸກ​ດ້ານ​ໃນ​ບັນດາ​ຂົງ​ເຂດ​, ຈາກດ້ານ​ເສດຖະກິດ, ການ​ເມືອງ​ເຖິງ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ສຶກສາ. ທ່ານ ຫງວຽນ​ດັງ​ຕ໋ຽນ ຖື​ວ່າ:

      “ພິທີ​ສະ​ເຫຼີ​ມສະຫຼອງ 60​ ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າ​ງ ຫວຽດນາມ​ ແລະ​ ອິນ​ໂດ​ເນ​ເຊຍ ​ແມ່ນ​ເຫດການ​ປະຫວັດສາດ ​ແມ່ນຂີດ​ໝາຍ​ການເຕີບ​ໃຫຍ່​ຂະຫຍາຍຕົວຂອງ ອາ​ຊຽນ, ​ໃນກິດຈະການ​ຮັກສາ​ເອກະ​ພາບ, ການ​ພັດທະນາ​ຂອງ ອາ​ຊຽນນັ້ນ, ​ແມ່ນຕ້ອງ​ເວົ້າ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ. ສິ່ງ​ດັ່ງກ່າວ ​ໄດ້​ວາງ​ອອກ​ກາລະ​ໂອກາດ​ຕໍ່​ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ໂດ​ເນ​ເຊຍ ​ແລະ ສະມາຄົມ​ມິດຕະພາບ ອິນ​ໂດ​ເນ​ເຊຍ - ຫວຽດນາມ ຮຽກຮ້ອງສະມາຄົມ​ມິດຕະພາບ 2 ປະ​ເທດຕ້ອງ​ມານະ​ພະຍາຍາມ ​ແລະ ສູ້​ຊົ​ນຫລາຍ​ກ່ວາ​ອີກ ​ເພື່ອ​ເສີມ​ຂະຫຍາຍ​ຈິດ​ໃຈ, ​ແນວ​ຄິດ​ກ່ຽວ​ກັບ​ການ​ຕ່າງປະ​ເທດ ຊຶ່ງ​ທ່ານ​ປະທານ ​ໂຮ່ຈີ​ມິນ ​ແລະ ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Sukarno ​ໄດ້​ສ້າງ​ພື້ນຖານ​ຂຶ້ນ”


ຂ່າວ/ບົດ​ອື່ນ