ພິທີສະເຫຼີມສະຫຼອງ67ປີແຫ່ງວັນສະຖາປະນາສາທາລະນະລັດອິນເດຍ

ພິທີສະເຫຼີມສະຫຼອງ67ປີແຫ່ງວັນສະຖາປະນາສາທາລະນະລັດອິນເດຍ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນ​ສະຖາ
ປະນາ​ສາທາລະນະ​ລັດ ອິນ​ເດຍ
(ພາບ: TTXVN)

(vovworld) – ວັນ​ທີ 26/01, ສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ, ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນ​ສະຖາປະນາ​ສາທາລະນະ​ລັດ ອິນ​ເດຍ (16/01/1950 – 26/01/2016). ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ ຮີງມິ​ງທ້ຽນ, ຮອງ​ປະທານ​ສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ: ດ້ວຍກຳລັງ​​ບົ່ມ​ຊ້ອນດ້ານ​ເສດຖະກິດ, ປ້ອງ​ກັນຊາ​ດນັບ​ມື້​ນັບ​​ໃຫຍ່​ຫລວງ ​ແລະ ພື້ນຖານ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີກ້າວໜ້າ, ອິນ​ເດຍ ​ໄດ້ ​ແລະ ພວມ​ກາຍ​ເປັນ​ປະ​ເທດ​ມະຫາ​ອຳນາດ​ມີທີ່ຕັ້ງ, ບົດບາດ​ສຳຄັນ​ຢູ່ ອາຊີ ​ແລ​ະ ​ໃນ​ໂລກ. ​ໃນ​ໄລຍະ​ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ ຫວຽດນາມ - ອິນ​ເດຍ ນັບ​ມື້​ນັບ​ສະໜິດ​ຕິດ​ພັນ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, 2 ຝ່າຍ​ໄດ້​ແລກປ່ຽນ​ຫລາຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ລົງ​ນາມ ​ແລະ ຜັນ​ຂະ​ຫາຍ​ຂໍ້​ຕົກລົງ, ​ເອກະສານ​ຮ່ວມ​ມື 2 ຝ່າຍ​ຫລາຍ​ສະບັບ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ສົມທົບ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ.

        ສ່ວນ​ທ່ານ​ນາງ Smita Pant ຫົວ​ໜ້າ​ສະຖານກົງ​ສູນ​ໃຫຍ່ ອິນ​ເດຍ ປະຈຳ ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ພິເສດ​ແມ່ນສ້າງ​ຕັ້ງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2007, ການ​ພົວພັນລະ​ຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຮັດ​ແໜ້ນ ​ແລະ ພັດທະນາ​ຢ່າງແຂງ​ແຮງ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ດ້ານ​ວັດທະນະທຳ, ດ້ານການ​ຄ້າ ​ແລະ ການ​ລົງທຶນ ​ບັນດາ​ຂະ​ແໜງຕ່ຳ​ແຜ່ນ​ຕັດຫຍິບ, ການ​ຢາ, ​ໄຟຟ້າ, ນ້ຳມັນ ​ແລະ ​ແກ​ສທຳ​ມະ​ຊາດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຖານກົງສູນ​ໃຫຍ່​ສືບ​ຕໍ່​ສົມທົບ​ພ້ອມກັບ​ສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ນະຄອນ​ໂຮ່ຈີ​ມິນ ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ​ສິລະ​ປະ, ກນ​ທູດ​ປະຊາຊົນ 2 ປະ​ເທດ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ