ພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອກຳລັງປ້ອງກັນຄວາມສະຫງົບປະຊາຊົນ

ພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອກຳລັງປ້ອງກັນຄວາມສະຫງົບປະຊາຊົນ - ảnh 1
ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳເຫັນທີ່ພິທີ

(vovworld) –  ຕອນ​ເຊົ້າ​ວັນ​ທີ 12/7, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ (12/7/1946 – 12/7/2016). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຊີ້​ແຈ້ງ​ວ່າ: ປະ​ເທດ​ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ປະຕິວັດ​ໃໝ່​ດ້ວຍ​ຫຼາຍ​ກາລະ​ໂອກາດ, ຄວາມ​ສະດວກ​ພື້ນ​ຖານ​ຫຼາຍ​ຢ່າງ ​ແຕ່​ກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ ​ແລະ ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ. ຍິ່ງ​ກ່ວາ​ເວລາ​ໃດ​ໝົດ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ​ຕ້ອງ​ເດັດ​ດຽວ​ສະ​ແດງ​ຄຸນ​ນະ​ທາດ​ການ​ເມືອງ​ຢ່າງ​ໜັກ​​ແໜ້ນ, ມີ​ຄວາມ​ຮັບ​ຮູ້ຢ່າງ​ເລ​ິກ​ເຊິ່ງກ່ຽວ​ກັບ​ສະພາບ​ການ, ໜ້າ​ທີ່​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ​ໃນ​ໄລຍະ​ໃໝ່, ​ເສີມ​ຂະຫຍາຍ​ບົດບາດ​ແກ່ນສານ, ປະຈັນບານ, ​ເປັນ​ເຈົ້າ​ການ​ຕໍ່ສູ້​ເຮັດ​ໃຫ້​ທຸກໆ​ກົນອຸບາຍ, ການ​ເຄື່ອນ​ໄຫວ​ມ້າງ​ທຳລາຍຂອງ​ບັນດາອິດທິ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ, ປະຕິ​ການ​ປະລາ​ໄຊ, ປະກອບສ່ວນປະຕິບັດ​ພາ​ລະ​ກິດ​ປ່ຽນ​ໃໝ່, ຫັນ​ປະ​ເທດ​ເປັນ​ປະ​ເທ​ດອຸດສາຫະກຳ, ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ມີ​ໄຊ:

        “ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ​ສືບ​ຕໍ່​ປ່ຽນ​ໃໝ່​ຈິນຕະນາການ​ກ່ຽວ​ກັບ​ການ​ກຳນົດ​ເປົ້າ​ໝາຍ, ຄູ່​ຮ່ວມ​ມື, ປ່ຽນ​ໃໝ່​ບັນດາ​ມາດ​ຕະການ​ວຽກງານ, ພິ​ເສດ​ແມ່ນ​ມາດຕະການ​ວິຊາ​ຊີບ, ກົດໝາຍ, ວິທະຍາສາດ - ​ເຕັກນິກ, ຂົນຂວາຍ​ມ​ະຫາ​ຊົນ, ​ເສດ​ຖະກິດ ​ແລະ ການ​ທູດ. ​ເປັນ​ເຈົ້າ​ການ, ສະດຸ​ງ​ໄວໃນ​ການ​ກຳ​ແໜ້ນ, ​ໄຈ້​ແຍກ, ຄາດ​ຄະ​ເນ​ສະ​ພາບການ, ປະຕິບັດ​ພາລະ​ບົດບາດເປັນ​ເສນາ​ທິການ​​ໃຫ້​ແກ່​ພັກ, ລັດ ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຮັບປະກັນ​​ຄວາມ​ສະຫງົບ​ປອດ​ໄພແຫ່ງ​ຊາດ, ປົກ​ປັກ​ຮັກສາ​ອະທິປະ​ໄຕ, ​ຜືນ​ແຜ່ນ​ດິນ, ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ, ຂອງ​ປະຊາຊົນ, ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ ຫວຽດນາມ ​ໃນ​ເວທີ​ສາກົນ​ເປັນ​ຢ່າງ​ດີ. ກຳ​ແໜ້ນ​ສະພາບ​ການ​ຈາກ​ທາງ​ໄກ, ຈັດ​ຕັ້ງ​ວຽກ​ງານ​ຄົ້ນ​ຄ້ວາ, ຄາດ​ຄະ​ເນ, ພົບ​ເຫັນ​ບັນດາ​ຄວາມ​ສາມາດ, ສະຖານະ​ການ​ທີ່ສາມາດ​ຈະເກີດ​ຂຶ້ນ​ເພື່ອ​ມີ​ວິທີ​ການ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ, ບໍ່​ປະ​ໃຫ້​ຕົກ​ໃນ​ທ່າ​ຮັບ.”

        ​ເນື່ອງ​​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ມອບ​ນາມ​ມະຍົດ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸ​ດປະຊາຊົນ​ໃຫ​້ກົມ​ໃຫຍ່​ປ້ອງ​ກັນ​ຄວາມ​ສະຫງົບ, ຂຶ້ນ​ກັບກະຊວງ​ຕຳຫຼວດ.


ຂ່າວ/ບົດ​ອື່ນ