ພິທີສະເຫຼີມສະຫຼອງ82ປີແຫ່ງວັນຄ້າຍວັນເກີິດພະເຈົ້າຈັກກະພັດຍີ່ປຸ່ນ

ພິທີສະເຫຼີມສະຫຼອງ82ປີແຫ່ງວັນຄ້າຍວັນເກີິດພະເຈົ້າຈັກກະພັດຍີ່ປຸ່ນ - ảnh 1
ພິທີສະເຫຼີມສະຫຼອງ82ປີແຫ່ງວັນຄ້າຍວັນເກີິດພະເຈົ້າຈັກກະພັດຍີ່ປຸ່ນ
(ພາບ: baogiaothong)

(vovworld) -   ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 82 ​ປີ​ແຫ່ງວັນ​ຄ້າຍ​ວັນ​ເກີິດພະ​ເຈົ້າ​ຈັກ​ກະ​ພັດ​ຍີ່​ປຸ່ນ, ຖືກ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 08/12, ຢູ່​ຮ່າ​ໂນ້ຍ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​​ທູດ​ຍີ່​ປຸ່ນ Hiroshi Fukada ໄດ້​​ຫວນ​ຄືນ​ບັນ​ດາ​ເຫດ​ການ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ ທີ່​​ດຳ​ເນີນ​​ໃນ​ປີ 2015, ພ້ອມ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ອື​່ນໆ ໄດ້​ຊ່ວຍ​ໃຫ້​ປະ​ຊາ​ຊົນ 2 ປະ​ເທດນັ້ບ​ມື​້ນັບ​ມີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ. ທ່ານ​ Hiroshi Fukada ເນັ້ນ​ໜັກ​ວ່າ ​ການ​ຢ້ຽມ​ຢາມຍ​ີ່​ປຸ່ນ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟ​ຸ​ຈ້ອງ ເມື່ອ​ເດືອນ 09 ຜ່ານ​ມາ ໄດ້​ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ 2 ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ​ລະ​ຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ພັດ​ທະ​ນາ ໃນ​ຂອບ​ເຂດ​ການ​ພົວ​ພັນ​ຄ່​ູ​ຮ່ວມ​ມື​ຍຸດ​ທະ​ສາດ​​ຢ່າງເລິກ​ເຊິ່ງ, ກວ້າງ​ຂວາງ ເພື່ອ​ສັນ​ຕິ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຢູ່​ອາ​ຊີ. ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຄົມ​ມະ​ນາ​ຄ​ົມ​ຂົນ​ສົ່ງ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ຍີ່​ປຸ່ນ ດິງ​ລາ​ທັງ ໄດ້​​ສົ່​ງພ​ອນ​ໄຊ​ອັນ​ປະ​ເຊີດພະ​ເຈົ້າ​ຈັກ​ກະ​ພັດ, ພະ​ລາ​ຊີນີ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກພະ​ລາ​ຊະ​ວົງ, ສະ​ພາ​ແຫ່ງ​ຊາດ ແລະ ປະ​ຊາ​ຊົນ​ຍີ່​ປຸ່ນ ​ເນື່ອງ​ໃນ​ໂອ​ກາດ​ວັນ​ຄ້າຍ​ວັນ​ເກີດ​ຂອງພະ​ເຈົ້າ​ຈັກ​ກະ​ພັດ​ຍີ່​ປຸ່ນ ອາ​ກີ​ໂຕະ. ທ່ານ ດິງ​ລາ​ທັງ ເຊື່ອ​ໝັ້ນ​ວ່າ, ລັດ​ຖ​​ະບານ ແລະ ປະ​ຊາ​ຊົນ 2 ປະ​ເທດ​ຈະ​ສືບ​ຕໍ່​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະ​ອຽດ, ມີ​ປ​ະ​ສິດ​ທິ​ຜົນ, ຊຸກ​ຍູ້​ ແລະ ເຮັດ​ໃຫ​້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂວາງ ແລະ ຮອບ​ດ້ານກວ່າ.

ຂ່າວ/ບົດ​ອື່ນ