ພິທີສະເຫຼີມສະຫຼອງວັນຊາດສາທາລະນະລັດ ຮຸງກາຣີ ຢູ່ນະຄອນ ໂຮ່ຈີມິນ

ພິທີສະເຫຼີມສະຫຼອງວັນຊາດສາທາລະນະລັດ ຮຸງກາຣີ ຢູ່ນະຄອນ ໂຮ່ຈີມິນ - ảnh 1
(ພາບປະກອບ)

(vovworld) - ຕອນ​ຄ່ຳ​ວັນ​ທີ 16/03, ສະຖານກົງສູນ​ໃຫຍ່​ສາທາລະນະ​ລັດ ຮຸງ​ກາຣີ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດ ຮຸງ​ກາຣີ (15/03), ສະ​ເຫຼີ​ມສະຫຼອງ​ການ​ປະຕິວັດ ​ແລະ ການສູ້​ຮົບ​ຍາດ​ເອົາ​ອິດສະຫຼະ, ​ເອກະລາດ​ປີ 1848 – 1849 ຂອງ​ປະຊາຊົນ ຮຸງ​ກາຣີ. ທີ່​ພິທີ, ທ່ານ ​ເລ​ແທງ​ລຽມ ຮອງ​ປະທານ​ຜູ້​ປະຈຳການ​ຄະນະ​ກຳມະການ​ປະຊາຊົນນະຄອນ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ ນະຄອນ ​ໂຮ່ຈີ​ມິນ ​ແລະ ນະຄອນຫລວງ Budapet ຂອງ ຮຸງ​ກາຣີ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ແຕ່​​ປີ 2015 ​ແລະ ປະຈຸ​ບັນ ພວມ​ມານະ​ພະ​ຍາ​ຍາມ​ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື​ລະອຽດ ລະຫວ່າງ 2 ນະຄອນ​ໃນ​ຂົງ​ເຂດຕ່າງໆ, ພ້ອມ​ກັນ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງການ​ພົວພັນ​ມິ​ດ ຕະພາບອັນ​ດີ​ງາມ​ລະຫວ່າງ ຫວຽດນາມ ​ແລະ ຮຸງ​ກາຣີ.

        ​ແລະ​ກໍ່​ໃນ​ພິທີ, ທ່ານ Baloghdi Tibor ຫົວໜ້າ​ສະຖານ​ກົງ​ສູນ​ໃຫຍ່ ສ.ຮຸງ​ກາຣີ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ຢືນຢັນ​ວ່າ ບັນດາ​ວິ​ສາ​ຫະກິດ ຮຸງ​ກາຣີ ປາດ​ຖະໜາ​ຢາກ​ໄດ້​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຂອງ ນະ​ຄອນ, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຄື: ຄຸ້ມ​ຄອງ​ແຫຼ່ງນ້ຳ, ​ສົ່ງ​ເສີມ​ສຸຂະພາບ, ຄົມມະນາຄົມ​ຂົນ​ສົ່ງ, ກະສິກຳ, ຮັບປະກັນ​ສຸຂະ​ອະນາ​ໄມ​ດ້ານ​ສະບຽງອາຫານ ​ແ​ລະ ບັນດາ​ໂຄງການ​ສ້າງ​ນະຄອນ​ສະຫລາດ, ​ເໝາະ​ສົມ​ກັບ​ແຜນການ​ພັດທະນາ​ຂອງ​ນະຄອນ ​ໂຮ່ຈີ​ມິນ.

ຕອບກັບ

ຂ່າວ/ບົດ​ອື່ນ