ພິທີສະເຫຼີມສະຫຼອງວັນສິດທິມະນຸດສາກົນ 10 ທັນວາ

(VOVWORLD) -74 ປີຜ່ານມາ, ນັບແຕ່ເມື່ອກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາ, ຖະແຫຼງການສິດທິມະນຸດສາກົນ ສະແດງໄດ້ຄວາມມຸ່ງມາດປາດຖະໜາ, ເປົ້າໝາຍລວມ ແລະ ຄວາມຕ້ອງການເປັນປົກກະຕິຂອງມວນມະນຸດກ່ຽວກັບສິດທິມະສຸດ.
ພິທີສະເຫຼີມສະຫຼອງວັນສິດທິມະນຸດສາກົນ 10 ທັນວາ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ
(ພາບ: baoquocte.vn)

        ວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບໂຄງການພັດທະນາສະຫະປະຊາຊາດ (UNDP) ຈັດພິທີສະເຫຼີມສະຫຼອງວັນສິດທິມະນຸດສາກົນ (10 ທັນວາ). ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ ຊີ້ແຈ້ງວ່າ 74 ປີຜ່ານມາ, ນັບແຕ່ເມື່ອກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາ, ຖະແຫຼງການສິດທິມະນຸດສາກົນ ສະແດງໄດ້ຄວາມມຸ່ງມາດປາດຖະໜາ, ເປົ້າໝາຍລວມ ແລະ ຄວາມຕ້ອງການເປັນປົກກະຕິຂອງມວນມະນຸດກ່ຽວກັບສິດທິມະສຸດ. ນັ້ນແມ່ນ, ເພື່ອໃຫ້ແຕ່ລະຄົນ ແລະ ທຸກຄົນໄດ້ດຳລົງຊີວິດໃນກຽດສັດສີ ແລະ ຮັບຊົມໃຊ້ບັນດາສິດ ແລະ ເພື່ອໃຫ້ທຸກປະເທດ, ທຸກຊົນຊາດລ້ວນແຕ່ດຳລົງຊີວິດດ້ວຍຄວາມສັນຕິສຸກ, ສະເໝີພາບ, ມິດຕະພາບ ແລະ ການພັດທະນາ. ທ່ານຮອງລັດຖະມົນຕີ ຮ່າກິມງອັກ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຕັດສິນໃຈ ແລະ ມານະພະຍາຍາມສ້າງ ແລະ ຜັນຂະຫຍາຍບັນດານະໂຍບາຍກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ບັນລຸຜົນງານພົ້ນເດັ່ນຫຼາຍຢ່າງ ເຊິ່ງປະຊາຄົມສາກົນຮັບຮູ້ ແລະ ຕີລາຄາສູງ; ພະຍານຫຼັກຖານສະແດງໃຫ້ເຫັນແມ່ນ ຫວ່າງມໍ່ໆມານີ້ ຫວຽດນາມ ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025.

        ໃນບົດກ່າວປາໄສໄຂເຫດການ, ທ່ານ Pauline Tamesis, ຜູ້ປະສານງານປະຈຳສະຫະປະຊາຊາດ ຢູ່ ຫວຽດນາມ ໄດ້ອວຍພອນໃຫ້ ຫວຽດນາມ ໄດ້ເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ອາຍຸການ 2023 – 2025 ແລະ ໃຫ້ຮູ້ວ່າ, ນີ້ແມ່ນກາລະໂອກາດສຳຄັນເພື່ອສະແດງໃຫ້ເຫັນບັນດາຄວາມມານະພະຍາຍາມໃນເລື່ອງປົກປ້ອງ ແລະ ຊຸກຍູ້ບັນດາສິດເສດຖະກິດ, ສັງຄົມ, ວັດທະນະທຳ, ພົນລະເຮືອນ ແລະ ການເມືອງທີ່ສອດຄ່ອງກັບບັນດາມາດຕະຖານສາກົນກ່ຽວກັບສິດທິມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ