ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລອຸດສາຫະກຳນະຄອນໂຮ່ຈີມິນຄົບຮອບ60ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລອຸດສາຫະກຳນະຄອນໂຮ່ຈີມິນຄົບຮອບ60ປີ - ảnh 1
ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລ
ອຸດສາຫະກຳນະຄອນໂຮ່ຈີມິນຄົບຮອບ60ປີ
(ພາບ: TTXVN)

(vovworld)- ​ວັນ​ທີ 11/11, ມະ​ຫາ​ວິ​ທະ​ຍາ​ໄລ​ອຸດ​ສາ​ຫະ​ກຳ​ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼ​ີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ມະ​ຫາ​ວິ​ທະ​ຍ​າ​ໄລ ຄົບ​ຮອບ 60 ປີ. ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ ຮອງ​ນາ​ຍົກ​ລັດ​ຖ​ມົນ​ຕີ​ ຫວູ​ດຶກ​ດາມ ເນັ້​ນ​ໜັກ​ວ່າ: ປ່ຽນ​ແປງ​ໃໝ່ພື້ນ​ຖານ ແລະ ຮອບ​ດ້ານ​ການ​ສຶກ​ສາ​ແມ່ນ​ໜ້າ​ທີ່​ສຳ​ຄັນ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ; ໃນ​ນັ້ນ​ ມີ​ການ​ປ່ຽນ​ແປງ​ໃ​ໝ່ ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ​ໃນປັດ​ຈຸ​ບັນນີ້​ ພວມ​ຖື​ກ​ທົ່ວ​ສັງ​ຄົມ​ເອົາ​ໃຈ​ໃສ່ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ໃຫ້​ແກ່​ປະ​ເທດ​ຊາດ.

         ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕີ​ລາ​ຄາ​ສູງ​ມະ​ຫາ​ວິ​ທະ​ຍາ​ໄລ​ອຸດ​ສາ​ຫະ​ກຳ​ນະ​ຄອນ​ໂຮ່​ຈີ​ມິນ ແມ່ນ​ໜຶ່ງ​ໃນ​ບ​ັນ​ດາ​ມະ​ຫາວິ​ທະ​ຍາ​ໄລ ແຫ່ງທຳ​ອິດ​ສະ​ໝັກໃຈ ​ປະ​ຕິ​ບັດ​ກົນ​ໄກ​ເປັນ​ເຈົ້າ​ຕົນ​ເອງ. ທ່ານ ຮອງ​ນາ​ຍົກ​ລັດ​ຖ​ມົນ​ຕີ​ ຫວູ​ດຶກ​ດາມ ເຊື່ອ​ໝັ້ນ​ວ່າ: ມະ​ຫາ​ວິ​ທະ​ຍາ​ໄລ​ອຸດ​ສາ​ຫະ​ກຳ​ນະ​ຄອນ​ໂຮ່​ຈີ​ມິນ ຈະ​ເປ​ັນ​ໜຶ່ງ​ໃນ​ບັນ​ດາ​ໂຮງ​ຮຽນ​ນຳ​ໜ້າ​ໃນ​ການ​ປ່ຽນ​ແປງ​ໃໝ່​ການ​ສຶກ​ສາ; ພັດ​ທະ​ນາ​ກາຍ​ເປັນ​ມະ​ຫາ​ວິ​ທະ​ຍາ​ໄລ​ ທີ່​ມີ​ຄຸນ​ນະ​ພາບ​ສູງ ຂອງ​ປະ​ເທດ, ມີ​​ອິດ​ທິ​ພົນຊື່​ສຽງ​ນັບ​ມື້​ນັບ​ສູງ​ ໃນ​ພາກ​ພື້ນ ແລະ ສາ​ກົນ.

        ທີ່​ພິ​ທີ, ທ່ານ ຮອງ​ນາ​ຍົກ​ລັດ​ຖ​ມົນ​ຕີ​ ຫວູ​ດຶກ​ດາມ ໄດ້​ມອບຫຼຽນ​ໄຊ​ເອ​ກະ​ລາດ ຊັ້ນ​ສາມ ໃຫ້​ມະ​ຫາ​ວິ​ທະ​ຍາ​ໄລ​ອຸດ​ສາ​ຫະ​ກຳ​ນະ​ຄອນ​ໂຮ່​ຈີ​ມິນ. ເນື່ອງ​ໃນ​ໂອ​ກາດນີ້, ມີ 7 ຄະ​ນະ, 11 ບຸກ​ຄົນ ​ຂອງ​ໂຮງ​ຮຽນ​ເປັນ​ກຽດ​ໄດ້​ຮັບ​ໃບ​ຍ​້ອງ​ຍໍ ​ຂອງ ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

 

 

 

 

ຂ່າວ/ບົດ​ອື່ນ