ພິທີອັດ Festival ເຫ໋ວ 2012

(vovworld) - ພາຍຫຼັງ​ດຳ​ເນີນ​ມາ​ເປັນ​ເວລາ 8 ວັນ, ຕອນ​ຄ່ຳ​ວັນ​ທີ 15/4, ​Festival ​ເຫ໋ວ 2012 ​ໄດ້ອັດ​ລົງ. ດ້ວຍ​ລາຍການ​ສະ​ແດງ​ສິລະ​ປະ​ ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​​ຫຼາຍສີສັນວັດທະນະທຳຂອງ​ຫຼາຍ​ປະ​ເທດ, ​ເຊິ່ງລວມມີ​ລາຍການສະ​ແດງ​ດົນຕີ, ຟ້ອນ​ລຳ​ທຳ​ເພງ​ທີ່​ມາ​ຈາກ​ຫຼາຍ​ປະ​ເທດ​ໃນ​ໂລກ ກໍ່​ຄື​ຈາກ​ຫຼາຍ​ທ້ອງ​ຖີ່​ນຂອງ​ຫວຽດນາມ.

ພິທີອັດ Festival  ເຫ໋ວ 2012 - ảnh 1
(ພາບ: google.com.vn)

        ດ້ວຍ​ຫົວ​ຂໍ້ວ່າ ”ມໍລະດົກ​ວັດທະນະທຳ​ກັບ​ການ​ເຊື່ອມ​ໂຍງ ​ແລະ​ ພັດທະນາ - ​ແຫ່ງ​ນັດ​ພົບ​ຂອງ​ບັນດາ​ນະຄອນ​ປະຫວັດສາດ”, Festival ຄັ້ງ​ນີ້​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ 50 ຄະນະ​ສິລະ​ປະ​ທີ່​ມາ​ຈາກ 5 ທະວີບ. Festival ​ເຫ໋ວ ກໍ່​ໄດ້​ວາດ​ພາບ​​ໃຫ້​ເຫັນງານ​ບຸນ​ທີ່​ເປັນ​ເອກະລັກ​ສະ​ເພາະຕ່າງໆ​ໃນ​ລາດ​ຊະ​ວັງ, ບັນດາ​ງານ​ບຸນ​ໃໝ່, ການ​ເຄື່ອນ​ໄຫວ​ຕາມ​ຖະໜົນ, ​ແລະ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ປະຊາ​ຄົມ​ທີ່​ອຸດົມສົມ​ບຸນ ​ແລະ​ຫຼາຍ​ຮູບ​ຫຼາຍ​ແບບ. ປ້າ Tran Thi Hong, ຊາວ​ອາ​ເມ​ລິ​ກາ​ ເຊື້ອ​ຊາດ​ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ​ຢູ່​ລັດ Texas ​ແຫ່ງ​ອາ​ເມ​ລິ​ກາ, ​ເວົ້າ​ວ່າ:

        ”ຂ້າພະ​ເຈົ້າ​ເຫັນ​ວ່າ, ປະ​ເທດ​ຊາດ​ນັບ​ມື້​ນັບ​ກ້າວໜ້າ, ຊີວິດ​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ ​ແລະ ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. Festival ມ່ວນ​ຫຼາຍ.. ​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້​ຊົມ​ຊຸດ​ອາພອນ​ປະຈຳ​ຊາດ​ຂອງ​ຫຼາຍ​ປະ​ເທດ​ໃນ​ໂລກ... ຊຸດ​ເສື້ອ​ຍາວ​ຂອງ​ຫວຽດນາມ​ ກໍ່​ໄດ້​ມີ​ການ​ປ່ຽນ​ໃໝ່​ຫຼາຍ​ຢ່າງ... ແນ່ນອນ​ວ່າ, ​ໃນ​ປີໜ້າ, ຂ້າພະ​ເຈົ້າ​ຈະ​ກັບ​ມາ​ຢ້ຽມຢາມ​ຫວຽດນາມ​ ພ້ອມ​ກັບ​ແມ່ ​ແລະ ຫຼາຍ​ຄົນ​ໃນ​ຄອບຄົວຂອງ​ຕົນ”.

 

 

ຂ່າວ/ບົດ​ອື່ນ