ພິທີອັດ “ປີທ່ອງທ່ຽວແຫ່ງຊາດ 2016 - ຟຸ໋ກ໋ວກ - ເຂດທົ່ງພຽງແມ່ນຳ້ຂອງ”

ພິທີອັດ “ປີທ່ອງທ່ຽວແຫ່ງຊາດ 2016 - ຟຸ໋ກ໋ວກ - ເຂດທົ່ງພຽງແມ່ນຳ້ຂອງ” - ảnh 1
(ພິທີອັດ “ປີທ່ອງທ່ຽວແຫ່ງຊາດ 2016 - ຟຸ໋ກ໋ວກ - ເຂດທົ່ງພຽງແມ່ນຳ້ຂອງ”)

(vovworld) - ພິທີ​ອັດ​ປີ​ທ່ອງ​ທ່ຽວ​​ແຫ່ງ​ຊາດ 2016 ​ຖືກ​ດຳ​ເນີນ​ໃນ​ຕອນ​ຄໍ່າ​ວັ​ນທີ 25/12, ຢູ່​ເມືອງ​ເກາະ​ຟຸ໋໋ກ໋ວກ, ​ແຂວງ ກຽນ​ຢາງ, ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່​ອງທ່ຽວ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກຽນ​ຢາງ ສົມທົບ​ກັນ​ຈັດ​ຕັ້ງ. “ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2016 - ຟຸ໋ກ໋ວກ - ​ເຂດ​ທົ່ງພຽງ​ແມ່ນຳ້​ຂອງ”, ດ້ວຍ​ຫົວ​ຂໍ້ “ຄົ້ນ​ຫາ​ເຂດ​ດິນ​ແດນ​ທາງ​ພາກ​ໃຕ້” ດ້ວຍ​ບັນດາ​​ເຫດການ​ມີ​ລັກສະນະ​ລະດັບ​ຊາດ ​ແລະ ສາກົນ ​ເຊິ່ງຖືກ​ດຳ​ເນີນ​ຢູ່​ບັນດາ​ແຂວງ, ນະຄອນ​ເຂດ​ທົ່ງ​ພຽງ​ແມ່​ນຳ້ຂອງທາງ​ພາກ​ໃຕ້​ຫວຽດນາມ ​ແລະ ບາງ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ, ພິ​ເສດ​ແມ່ນ​ແຂວງ​ກຽນ​ຢາງ. ຜ່າ​ນບັນດາ​ເຫດການ​ວັດທະນະທຳ ​​​​ໄດ້​ໂຄສະນາ​ເຖິງ​ນັກ​ທ່ອງທ່ຽວ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ບັນດາ​ຄຸ​ນຄ່າ​ວັດທະນະທຳ​ບໍ່​ມີຮູບຮ່າງ ແລະ ມີ​ຮູບ​ຮ່າງ, ຊາວ​ຫວຽດນາມ, ​ເຂດ​ປູຊະນີ​ຍະສະ​ຖານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ແຂວງ, ນະຄອນ​ເຂດ​ທົ່ງ​ພຽງ​ແມ່​ນຳ້ຂອງ ​ເວົ້າ​ລວມ ​ແລະ ຟຸ໋ກ໋ວກ - ກຽນ​ຢາງ ​ເວົ້າ​ສະ​ເພາະ. ກ່າວ​ຄຳ​​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ: ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ປີ 2016 ​ໄດ້​ສິ້​ນສຸດ​ລົງ ດ້ວຍ​ບາດກ້າວ​ພັດທະນາ​ທີ່​ປະ​ທັບ​ໃຈ. ລະດັບລາຍຮັບ​ເພີ່ມ​ຂຶ້ນ 18,6%, ນັກ​ທ່ອງ​ທ່ຽວ​ສາກົນ​ເພີ່ມ​ຂຶ້ນ​ກວ່າ 26%. ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ ​​ໄດ້​ສຳ​ພັດ​ກັບ​ການທ່ອງທ່ຽວ​ສາກົນ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວັງວ່າ, ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ 2017, ດ້ວຍຫົວ​ຂໍ້​ວ່າ “ສີສັນ​ເຂດ​ໄຕ​ບັ໋ກ” ​ໂດຍ​ແຂວງ​ລາວ​ກາຍ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ, ຈະ​ນຳ​ມາ​ເຊິ່ງບັນດາ​ກຳລັງ​ໜູນຫຼາຍແຫ່ງ, ພະລັງ​ຊີວິດ​ໃໝ່​ດ້ວຍ​ສີສັນ​ຫຼາກ​ຫຼາຍ ​ຈະ​​​ເຮັດ​​ໃຫ້ການທ່ອ​ງທ່ຽວ​ຂອງ​ຫວຽດນາມ ພັດທະນາ​ຢ່າງ​ແຮງ ​ແລະ ຮອບດ້ານ​ຄື “ຄົ້ນ​ຫາ​ເຂດ​ດິນ​ແດນ​ທາງ​ພາກ​ໃຕ້”.

ຂ່າວ/ບົດ​ອື່ນ