ພິທີອັດງານ Festival ທະເລ ຍາຈາງ ປີ 2013

ພິທີອັດງານ Festival ທະເລ ຍາຈາງ ປີ 2013 - ảnh 1
ງານ Festival ທະ​ເລ ຍາ​ຈາງ ປີ 2013
(ພາບ: chinhphu.vn)


(vovworld) - ຕອນ​ຄໍ່າ​ວັນ​ທີ 11/06, ຢູ່​ນະຄອນ​ຍາ​ຈາງ ​ໄດ້​ດຳ​ເນີນ​ພິທີ​ອັດ​ງານ Festival ທະ​ເລ ຍາ​ຈາງ ປີ 2013. Festival ທະ​ເລ ຍາ​ຈາງ ປີ 2013 ​ໄດ້​ຢືນຢັນ​ເຄື່ອງໝາຍ​ທ່ອງທ່ຽວ​ແຄ໋ງຮ່ວາ, ບໍ່​ພຽງ​ແຕ່​ຍ້ອງຍໍ​ຄວາມ​ງາມ​ຂອງ​ທະ​ເລ​, ເກາະ​​ແຄ໋ງຮ່ວາ ​ແມ່ນ​ເຂດ​ດິນ​ແດງ​ທີ່​ອະລິຍະ​ທຳ - ​​ສະໜິດ​ສະ​ໜົມ ​ເທົ່ານັ້ນ ຫາກ​ຍັງ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ກ່ຽວ​ກັບ​ທະ​ເລ​, ​ເກາະ​ອີກ​ດ້ວຍ. ທ່ານ ​ເຈືອງ​ດັງ​ຕ໋ວຽນ, ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​​ແຂວງ​ແຄ໋ງຮ່ວາ ​ໃຫ້​ຮູ້​ວ່າ.

        “ພິທີ​ອັດ​ງານ Festival ກໍ​ຄື​ບັນດາ​ລາຍ​ງານ​ສະ​ແດງໄດ້​ເປັນ​ການຢືນຢັນ​ອະທິປະ​ໄຕ​ເຂດ​ທະ​ເລ​, ເກາະ ກໍ​ຄື​ສະ​ແດງ​ໃຫ້​ເຫັນວ່າ ຍາ​ຈາງ - ​ແຄ໋ງຮ່ວາ ​ແມ່ນ​ສະຖານ​ທີ່ອະລິຍະ​ທຳ - ສະໜິດ​ສະ​ໜົມ. ພິທີ​ອັດ​ງານ Festival ​ແມ່ນ​ສານທີ່​ວ່າ Festival ທະ​ເລ​ແຄ໋ງຮ່ວາ ​ແມ່ນ​ຈຸດ​ນັດ​ພົບ, ​ເພື່ອ​ໂຄສະນາ​ໃຫ້ປະຊາຊົນ ​ແລະ ​ແຂກ​ທ່ອງ​ທ່ຽວ​ເຂົ້າ​ໃຈ​​ເຖິງຍາ​ຈາງ - ​ແຄ໋ງຮ່ວາ, ​ເຊິ່ງ​ແມ່ນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ, ​ເຫດການ​ສາກົນຕ່າງໆ ​ແລະ ​ເປັນຈຸດ​ນັດພົບ​​ໃນ​ຊຸມ​ປີ​ຕໍ່ໜ້າ”.

ຂ່າວ/ບົດ​ອື່ນ