ພິທີອັດວັນບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຂອງບັນດາເຜົ່າເຂດຊາຍແດນຫວຽດນາມ-ລາວ

(VOVWORLD) -ວັນບຸນໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປະກອນ, ນັກສິລະປິນ, ນັກສະແດງ, ນັກກິລາ ພ້ອມກັບພໍ່ແມ່ປະຊາຊົນບັນດາເຜົ່່າທີ່ມາຈາກ 5 ແຂວງເຂດຊາຍແດນ ຫວຽດນາມ - ລາວ ປະມານ 600 ຄົນ. 
ພິທີອັດວັນບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຂອງບັນດາເຜົ່າເຂດຊາຍແດນຫວຽດນາມ-ລາວ - ảnh 1ການເດີນແບບຊຸດອາພອນແຢ່ງຂອງພໍ່ແມ່ປະຊາຊົນເມືອງ ອາເລື່ອຍ ແຂວງ ເທື່ອທຽນ-ເຫວ້(ພາບ:TTXVN) 

ຕອນຄໍ່າວັນທີ 19 ພຶດສະພາ, ຢູ່ ເມືອງອາເລື໊ອຍ, ແຂວງເທື່ອທຽນ-ເຫວ້ ຂອງຫວຽດນາມ, ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບຄະນະກໍາມະການປະຊາຊົນແຂວງເທື່ອທຽນ-ເຫວ້ ໄດ້ຈັດຕັ້ງພິທີອັດ ວັນບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າສ່ວນໜ້ອຍຢູ່ບັນດາແຂວງເຂດຊາຍແດນ ຫວຽດນາມ - ລາວ, ເຂດພາກກາງ, ເຂດໄຕງວຽນ ປີ 2019 ດ້ວຍຫົວຂໍ້ວ່າ “ສາມັກຄີ, ສັນຕິພາບ ແລະ ພັດທະນາ”.

ວັນບຸນໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປະກອນ, ນັກສິລະປິນ, ນັກສະແດງ, ນັກກິລາ ພ້ອມກັບພໍ່ແມ່ປະຊາຊົນບັນດາເຜົ່່າທີ່ມາຈາກ 5 ແຂວງເຂດຊາຍແດນ ຫວຽດນາມ - ລາວ ປະມານ 600 ຄົນ. ວັນບຸນດັ່ງກ່າວ ໄດ້ດໍາເນີນການເຄື່ອນໄຫວຫຼາຍຢ່າງຄື: ການວາງສະແດງ, ແນນໍາ, ໂຄສະນາຜະລິດຕະພັນວັດທະນະທໍາ ແລະ ທ່ອງທ່ຽວຂອງບັນດາທ້ອງຖິ່ນ; ງານມະໂຫລານສະແດງສິລະປະມະຫາຊົນ; ການເດີນແບບຊຸດອາພອນປະຈໍາເຜົ່າ, ເຄື່ອງຫັດຖະກໍາຕໍ່າແຜ່ນແພພື້ນເມືອງ; ບັນດາການເຄື່ອນໄຫວກິລາ - ກາຍະກໍາທີີ່ເປັນມູນເຊື້ອຄື ດຶງເຊືອກ, ຍູ້ໄມ້, ຍິງໜ້າເກັກ, ບານສົ່ງຊາຍ ພ້ອມດ້ວຍການເຄື່ອນໄຫວການທ່ອງທ່ຽວທີ່ດູດດື່ມ.

ໃນພິທີ, ມີໝູ່ຄະນະ 12 ທິມ ແລະ ສ່່ວນບຸກຄົນ 7 ຄົນ ໄດ້ຮັບໃບຍ້ອງຍໍຂອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ.


ຕອບກັບ

ຂ່າວ/ບົດ​ອື່ນ