ພິທີອາໄລຫາ716ປີແຫ່ງວັນນັກວິລະຊົນຂອງຊາດເຈີນຮືງດ້າວເຖິງແກ່ມໍລະນະກຳ

ພິທີອາໄລຫາ716ປີແຫ່ງວັນນັກວິລະຊົນຂອງຊາດເຈີນຮືງດ້າວເຖິງແກ່ມໍລະນະກຳ - ảnh 1
ພິ​ທີ​ອາ​ໄລ​ຫາ 716 ປີ​ແຫ່ງວັນ​ນັກ​ວິ​ລະ​ຊົນ​ຂອງ​ຊາດ ເຈີນກວກ​ຕວນ
ເຖິງ​ແກ່​ມໍ​ລະ​ນະ​ກຳ (2015)
ພາບ:internet

(vovworld)- ຕອ​ນ​ເຊົ້າ​ວັນ​ທີ 17/9 ຢູ່ ແຂວງ ຫາຍ​ເຢືອງ ໄດ້​ຈັດ​ຕັ້ງ​ພິ​ທີ​ອາ​ໄລ​ຫາ 716 ປີ​ແຫ່ງວັນ​ນັກ​ວິ​ລະ​ຊົນ​ຂອງ​ຊາດ ເຈີນກວກ​ຕວນ (ຫລື​ເອີ້ນ​ວ່າ ເຈີນ​ຮືງ​ດ້າວ) ເຖິງ​ແກ່​ມໍ​ລະ​ນະ​ກຳ (1300- 2016) ແລະ ໄຂ​ບຸນ​ລະ​ດູ​ໃບ​ໄມ້​ຫລົ່ນ ກົນ​ເຊີ​ນ -ກຽບ​ບາກ ປີ 2016. ນັກ​ວິ​ລະ​ຊົນ​ຂອງ​ຊາດ ເຈີນກວກ​ຕວນ ເກີດ​ປີ 1228, ແມ່ນນັກ​ການ​ທະ​ຫານທີ່​ປີ​ຊາ​ສາ​ມາດ. ໃນ​ສັດ​ຕະ​ວັດ​ທີ 13, ເຈີນກວກ​ຕວນ​ ແລະ​ບັນ​ດາ​ເຈົ້​າ​ຊີ​ວິດ​ໃນ​ສະ​ໄຫມ​ລາດ​ຊະ​ວົງ​ເຈີນ​ຜູ້​ທີ່​ຮັກ​ຊາດ ພ້ອມ​ກັບ​ນາຍ​ພົນ​ປີ​ຊາ​ສາ​ມາດ​ຫລາຍ​ຄົນ​ໄດ້​ຕີ​ຊະ​ນະ​ສັດ​ຕູເປັນ 3 ຄັ້ງ. ແຕ່​ລ​ະ​ປີ ເມື່ອ​ຮອດ​ບຸນ​ລະ​ດູ​ໃບ​ໄມ້​ຫລົ່ນ ກົນ​ເຊີນ ກຽບ​ບາກ ອາ​ໄລ​ຫາ​ນັກ​ວິ​ລະ​ຊົນ ເຈີນກວກ​ຕວນ ໄດ້​ກາຍ​ເປັນ​ເຫດ​ການ​ວັດ​ທະ​ນະ​ທຳ​ສຳ​ຄັນ​ໃຫຍ່​ໃນ​ຊີ​ວິ​ດ​ດ້ານ​ຈິດ​ວິນ​ຍານ​ຂອງ​ຊາວ​ຫວຽດ​ນາມ ແລະ ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາ​ລະ​ທິດ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ