ພິທີອາໄລເພາະບຸນບັນດາຜູ້ປະສົບເຄາະຮ້າຍໃນບັ້ນຄາດຕະກຳຈາກລູກລະເບີດB52ເມື່ອປີ 1972 ຢູ່ ຮ່າໂນ້ຍ

(VOVWORLD) -ວັນທີ 22 ທັນວາ ພິທີອາໄລເພາະບຸນບັນດາຜູ້ປະສົບເຄາະຮ້າຍໃນບັ້ນຄາດຕະກຳຈາກລູກລະເບີດ B52 ເມື່ອປີ 1972 ຖືກຈັດຂຶ້ນຢູ່ ຖະຫນົນ ເຄີມທຽນ ຊື່ງແມ່ນຫນຶ່ງໃນບັນດາສະຖານທີ່ຖືກລູກລະເບີດ B52 ທຳລາຍຢ່າງຫນັກຫນ່ວງທີ່ສຸດ, ເນື່ອງໃນໂອກາດສະເຫລີມສະຫລອງ 45 ປີແຫ່ງວັນ “ໄຊຊະນະດ້ຽນບຽນຝູ ທາງອາກາດ”. 

ພິທີອາໄລເພາະບຸນບັນດາຜູ້ປະສົບເຄາະຮ້າຍໃນບັ້ນຄາດຕະກຳຈາກລູກລະເບີດB52ເມື່ອປີ 1972 ຢູ່ ຮ່າໂນ້ຍ - ảnh 1 ບັນດາຜູ້ແທນເຂົ້າຮ່ວມພິທີ

ພາບ:vietnam+

ກ່າວຄຳເຫັນທີ່ພິທີ, ທ່ານ ອວງຈູລືວ, ປະທານຄະນະກຳມະການສັນຕິພາບຫວຽດນາມ ໄດ້ເນັ້ນຫນັກວ່າ: “ຮ່າໂນ້ຍ ດ້ຽນບຽນຝູທາງອາກາດ”ແມ່ນຫນຶ່ງໃນບັນດາໄຊຊະນະອັນຍິ່ງໃຫຍ່ຂອງຊາດຫວຽດນາມ ໃນສະຕະວັດທີ 20. ໄຊຊະນະນີ້ໄດ້ເພີ່ມກຳລັງແຮງ ແລະ ທ່າບຸກໂຈມຕີຂອງຂະບວນການປະຕິວັດໂລກເລັ່ງໃສ່ລັດທິຈັກກະພັດ, ນຳມາໃຫ້ຄວາມໄວ້ເນື້ອເຊື່ອໃຈຂອງມວນມະນຸດທີ່ກ້າວຫ ນ້າໃນຫນ່ວຍໂລກພວມຕໍ່ສູ້ເພື່ອສັນຕິພາບ, ເອກະລາດຂອງຊາດ, ປະຊາທິປະໄຕ ແລະ ຄວາມກ້າວຫນ້າຂອງສັງຄົມ.

ທີ່ພິທີອາໄລເພາະບຸນ, ບັນດາຜູ້ເຂົ້າຮ່ວມພ້ອມກັນພາວະນາຂໍໃຫ້ດວງວິນຍານບັນດານັກຮົບທີ່ເສຍສະຫລະຊີວິດເພື່ອຊາດ ແລະ ປະຊາຊົນຖືກເສຍຊີວິດຍ້ອນລູກລະເບີດ B52 ໄປສູ່ສຸຄະຕິ, ຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ປະຊາຊົນມີຄວາມສະຫງົບສຸກ, ປະເທດຊາດມີຄວາມວັດທະນາຖາວອນ.ໂລກມີຄວາມສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ