ພິທີຮັບໃບຢັ້ງຢືນຮັບຮອງກຳແພງສະໄໝ ລາດຊະວົງ ໂຮ່ ແມ່ນມໍ ລະດົກວັດທະນະທຳໂລກ

ພິທີຮັບໃບຢັ້ງຢືນຮັບຮອງກຳແພງສະໄໝ ລາດຊະວົງ ໂຮ່ ແມ່ນມໍ ລະດົກວັດທະນະທຳໂລກ - ảnh 1
ສ່ວນໜຶ່ງຂອງກຳແພງສະໄໝລາດຊະວົງໂຮ່

(vovworld) - ສູນ​ອະນຸລັກ​ຮັກສາ​ມໍລະດົກ​ກຳ​ແພງ​ສະ​ໄໝລາດ​ຊະ​ວົງ ​ໂຮ່, ​ແຂ​ວງ​ແທນ​ຮ໋ວາ ​ໃຫ້​ຮູ້​ວ່າ: ພິທີ​ຕ້ອນຮັບ​ໃບຢັ້ງຢືນ​ຮັບຮອງ​ກຳ​ແພງ​ສະ​​ໄໝລາດ​ຊະ​ວົງ ​ໂຮ່ ​ແມ່ນ​ມໍລະດົກ​ໂລກ​ຈະ​ຖືກ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 16/6 ຢູ່​ເຂດ​ມໍລະດົກ​ກຳ​ແພງ​ສະ​​ໄໝ​ລາດ​ຊະ​ວົງໂຮ່, ​ເມືອງ​ຫວີງ​ໂລກ ຕາມ​ພິທີ​ການ​ລະດັບ​ຊາດ. ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ກຳມະການ​ປະຊາຊົນ​ແຂ​ວງ ​ແທນ​ຮ໋ວາ ​ສົມທົບ​ກັບ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ກະຊວງ​ການ​ຕ່າງປະ​ເທດ ຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ບັນດາ​ປະ​ເທດ ອາຊີ - ປາ​ຊີ​ຟິກ ຢູ່​ນະຄອນ ​ແທນ​ຮ໋ວາ.

ຂ່າວ/ບົດ​ອື່ນ