ພິທີເຄົາລົບທຸງຊາດຕ້ອນຮັບປີໃໝ່ຢູ່ໝູ່ເກາະເຈື່ອງຊາ

ພິທີເຄົາລົບທຸງຊາດຕ້ອນຮັບປີໃໝ່ຢູ່ໝູ່ເກາະເຈື່ອງຊາ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 1/1/2014, ຢຸ່​ເກາະ ​ເຊີນ​ກາ, ຕາ​ແສງ​ເກາະ ຊິງ​​ໂຕນ, ​ເມືອງ ​ເຈື່ອງ​ຊາ, ​ແຂວງ​ແຄ໋ງຮ່ວາ ໄດ້ຈັດພິທີເຄົາລົບທຸງຊາດ ເນື່ອງໃນໂອກາດຕ້ອນຮັບປີໃໝ່ 2014. ພິທີເຄົາລົບທຸງຊາດຕ້ອນຮັບປີໃໝ່ໄດ້ກາຍ

ເປັນມູນເຊື້ອ, ແມ່ນຈຸດວັດທະນະທຳອັນດີງາມຂອງພະນັກງານ, ນັກຮົບ ແລະ ປະຊາຊົນຢູ່​ເຂດ​ທະ​ເລ​ໝູ່​ເກາະທີ່ຫ່າງໄກ.

​ໃຕ້​ທຸງຊາດ, ​ພະນັກງານ, ນັກຮົບ​ ​ແລະ ປະຊາຊົນ​ໃນ​ເກາະ ​ເຊີນ​ກາ ​ໄດ້​ພ້ອມ​ກັນ​ບັນ​ເລັງ​ເພງ​ຊາດ. ສຽງ​ເພງ​ຄື​ດັ່ງຄຳ​ໝາຍ​ໝັ້ນ, ຢັ້ງຢືນຄວາມຕັດສິນ​ໃຈ​ຂອງ​ບັນດາ​ພະນັກງານ, ນັກຮົບ ​ແລະ​ ປະຊາຊົນ​ພວມ​ດຳລົງ​ຊີວິດ ​ແລະ ປະຕິບັດ​ງານ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ ຈະຮັກສາ​ອະທິປະ​ໄຕ​ເຂດທະ​ເລ​ໝູ່ເກາະ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ.

ພາຍ​ລັງ​ພິທີ​ເຄົາລົບ​ທຸງຊາດ, ​ໂດຍ​ຕາງໜ້າ​ໃຫ້​ພະນັກງານ, ນັກຮົບ​ທີ່​ພວມ​ປະຕິບັດ​ງານ​ໃນ​ເກາະ, ພັນ​ໂທ ຫວູ​ເຕີ້​ນ​ຕາຍ ​ໄດ້​ອ່ານ 10 ປະຕິຍານ​ຂອງ​ທະຫານ​ໃນ​ກອງທັບ​ປະຊາຊົນ ຫວຽດນາມ. ພັນ​ຕີ ​ໂດ໋​ເທ໋ຕ໋ວຽນ, ຜູ້​ບັນຊາ​ການກຳລັງ​ທະຫານ​ຢູ່​ເກາະ ​ເຊີນ​ກາ, ກ່າວວ່າ​:

    “ພິທີ​ເຄົາລົບ​ທຸງຊາດ​ມື້​ນີ້, ​ເມື່ອໄດ້​ຮັບ​ຂອງຂວັນພ້ອມ​ກັບ​ຄຳ​ອວຍພອນ​ຈາກ​ດິນ​ຕໍ່​ແຜ່ນ.​.​. ພະນັກງານ, ນັກຮົບ​ຮູ້ສຶກ​ຕື້ນ​ຕັນ​ໃຈ, ຮູ້ສຶກ​ຕົນ​ເອງ​ຄື​ດັ່ງ​​ເພີ່ມເຈດ​ຈຳ​ນົງ, ​ເພີ່ມ​ກຳລັງ​​ແຮງເພື່ອ​ປະຕິບັດ​ໜ້າ​ທີ່​​ເຊິ່ງໄດ້​ຮັບ​ມອບ​ໝາຍ​ຢ່າງສຳ​ເລັດ​ຜົນ. ພ້ອມ​ທັງ​ປົກ​ປັກ​ຮັກສາ, ​ອະທິປະ​ໄຕຊາດທະ​ເລ​ໝູ່ເກາະ​ຂອງ​ປະ​ເທດ​ຊາດ.”

 

ຂ່າວ/ບົດ​ອື່ນ