ພິ​ທີ​ເຊີດ​ຊູນັກ​ປັນ​ຍາ​ຊົນດ້ານ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ປີ 2019

(VOVWORLD) - ຕອນເຊົ້າວັນທີ 2 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູນັກປັນຍາຊົນດ້ານວິທະຍາສາດ ແລະ ເຕັກໂນໂລຊີດີເດັ່ນທົ່ວປະເທດ ລວມ 112 ທ່ານ.
ພິ​ທີ​ເຊີດ​ຊູນັກ​ປັນ​ຍາ​ຊົນດ້ານ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ປີ 2019 - ảnh 1

 (ພາບ: https://vnexpress.net/)

 ບັນດານັກປັນຍາຊົນເຫຼົ່ານີ້ແມ່ນບັນດາບຸກຄົນທີ່ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນວຽກງານຂົນຂວາຍ, ເຕົ້າໂຮມຄວາມສາມັກຄີ ແລະ ເສີມຂະຫຍາຍກຳລັງປະດິດຄິດສ້າງຂອງຖັນແຖວນັກປັນຍາຊົນໃນບັນດາອົງການ, ຂະແໜງການ, ຂົງເຂດ, ທ້ອງຖິ່ນຕ່າງໆ; ມີໂຄງການວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ນຳໃຊ້ເຂົ້າໃນຊີວິດຕົວຈິງ ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດຢ່າງແທ້ຈິງ. ຮອງສາດສະດາຈານ, ປະລິນຍາເອກ ຮ່າຫງອັກເຈື່ອງ ຜູ້ທີ່ໄດ້ຮັບການເຊີດຊູໃນຄັ້ງນີ້ແບ່ງປັນວ່າ:

   ປະຈຸບັນ, ຂ້າພະເຈົ້າພວມຄົ້ນຄ້ວາເຕັກໂນໂລຊີກ່ຽວກັບເສັ້ນທາງລົດໄຟຄວາມໄວສູງ, ພິເສດແມ່ນລະບົບທາງລົດໄຟຄວາມໄວຂອງຍີ່ປຸ່ນ ເພື່ອຈະນຳໃຊ້ໃນຕໍ່ໜ້ານີ້. ຂ້າພະເຈົ້າກໍ່ພວມຄົ້ນຄ້ວາໂຄງການພັດທະນານະຄອນໂຮ່ຈີມິນ ກາຍເປັນນະຄອນທັນສະໄໝ ແລະ ມີລະບົບເຕັກໂນໂລຊີຄົມມະນາຄົມທັນສະໄໝທີ່ ຕອບສະໜອງຄວາມຕ້ອງການໄປມາຂອງປະຊາຊົນໄດ້.

  ກ່າວຄຳເຫັນທີ່ພິທີ, ທ່ານ ຫວູ້ດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ, ໃນໄລຍະຈະມາເຖິງ, ພັກ ແລະ ລັດ ຈະສືບຕໍ່ເອົາໃຈໃສ່, ຍູ້ແຮງກຳລັງຄວາມສາມາດບົ່ມຊ້ອນດ້ານວິທະຍາສາດເຕັກໂນໂລຊີ, ກຳໄດ້ກາລະໂອກາດຂອງການປະຕິວັດວິທະຍາສາດອຸດສາຫະກຳ 4.0 ໃຫ້ຫຼາຍກ່ວາອີກເພື່ອປະກອບສ່ວນນຳປະເທດຊາດພັດທະນາ:

   ພວກເຮົາຕ້ອງປ່ຽນແປງຈນຕະການການ ບໍ່ພຽງແຕ່ໃນນະໂຍບາຍດ້ານເສດຖະກິດເທົ່ານັ້ນ ເພື່ອໃຫ້ວິສາຫະກິດເຂົ້າຮ່ວມວິທະຍາສາດເຕັກໂນໂລຊີ, ຈາກນັ້ນ ວາງອອກນະໂຍບາຍໃໝ່ ແລະ ວິທີເຮັດໃໝ່. ຂ້າພະເຈົ້າຫວັງວ່າ ຫວຽດນາມ ຈະສ້າງນະໂຍບາຍຄຸ້ມຄອງ ວິທະຍາສາດເຕັກໂນໂລຊີ ຕາມຈິນຕະນາການແບບເປີດ, ຫວັງວ່າ ຖັນແຖວບັນດານັກວິທະຍາສາດຫວຽດນາມ ຈະສືບຕໍ່ອຸທິດສ່ວນໃຫ້ແກ່ພາລະກິດວິທະຍາສາດເຕັກໂນໂລຊີ ແລະ ສືບຕໍ່ແມ່ນແບບຢ່າງທີ່ດີຂອງບັນດານັກປັນຍາຊົນຜູ້ຮັກຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ