ພິທີເຊີດຊູບັນດາວິສາຫກິດທ່ອງທ່ຽວແຖວໜ້າຫວຽດນາມປີ2016


ພິທີເຊີດຊູບັນດາວິສາຫກິດທ່ອງທ່ຽວແຖວໜ້າຫວຽດນາມປີ2016 - ảnh 1
ພິທີ​ເຊີດ​ຊູ​ບັນດາ​ວິ​ສາຫກິດ​ທ່ອງ​ທ່ຽວ​ແຖວ​ໜ້າ​ຫວຽດນາມ​ປີ 2016
(ພາບ: VGP/ຫງວຽນຮ່າ)

(vovworld) - ພິທີ​ເຊີດ​ຊູ​ບັນດາ​ວິ​ສາຫກິດ​ທ່ອງ​ທ່ຽວ​ແຖວ​ໜ້າ​ຫວຽດນາມ​ປີ 2016, ​ໂດຍ​ກົມ​ໃຫຍ່​ທ່ອງ​ທ່ຽວ ​ຫວຽດນາມ​ຈັດ​ຕັ້ງ​ໃນ​ຕອນ​ຄຳ່​ວັນ​ທີ 9/7, ຢູ່ ຮ່າ​ໂນ້ຍ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 56 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ການທ່ອງທ່ຽວ ຫວຽດນາມ (9/7/1960 - 9/7/2016). ລາງວັນ​ທ່ອງ​ທ່ຽວ​ ຫວຽດນາມ ​ເພື່ອ​ແນ​ໃສ່​ເລືອກ​ເຟັ້ນ, ​ເຊີດ​ຊູ​ບັນດາ​ອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດ ​ແລະ ສ່ວນບຸກຄົນ​ທີ່​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ພາລະກິດ​ພັດທະນາ​ຂະ​ແໜງ​ທ່ອງ​ທ່ຽວ​ ຫວຽດນາມ, ຈາກ​ນັ້ນ​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບຮັບ​ໃຊ້​ນັກ​ທ່ອງ​ທ່ຽວ, ສ້າງ​ເຄື່ອງໝາຍ​ທ່ອງ​ທ່ຽວ​ ຫວຽດນາມ​. ຕາມ​ນັ້ນ​ແລ້ວ, ບັນດາອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດ ​​ໄດ້​ຮັບ​ “ລາງວັນທ່ອງ​ທ່ຽວ​ ຫວຽດນາມປີ 2016“ ​ແມ່ນ​ບັນດາ​ຫົວໜ່ວຍ​ຢືນຢັນ​ໄດ້​ອິດ​ທິພົນ​ຊື່​ສຽງ, ຄຸນ​ນະພາ​ບການ​ຮັບ​ໃຊ້ ​ແລະ ປະສິດທິ​ຜົນ​ການ​ດຳ​ເນີນ​ທຸລະ​ກິດ​ໃນ​ປີ 2015. ບໍລິສັດ​ທ່ອງທ່ຽວ Fiditour ​ໄດ້​ຮັບ​ທັງ 3 ​ລາງວັນ​ແມ່ນ: ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ, ທ່ອງ​ທ່ຽວ​ຕ່າງປະ​ເທດ ​ແລະ ທ່ອງ​ທ່ຽວ​ສາກົນ​ແຖວ​ໜ້າ​ຂອງ ​ຫວຽດນາມ​ປີ 2015. ທ່ານ ​ເຈິ່ນ​ເທ້ຢຸງ, ຮອງ​ຜູ້ອຳນວຍການ​ໃຫຍ່​ບໍລິສັດ ທ່ອງທ່ຽວ Fiditour, ​ແບ່ງປັນ​ວ່າ:

ຍາມ​ໃດ​ພວກ​ຂ້າພະ​ເຈົ້າ​ກໍ່​ລົງທຶນ​ເຂົ້າ​ລະບົບ​​ເຕັກ​ໂນ​ໂລ​ຢີ ​ເພື່ອ​ຮັບປະກັນ​ຕິດຕາມ​ກວດກາ​ຄຸນ​ນະພາ​ບການ​ບໍລິການ, ມີ​ລະບົບ​ຮັບ​ໃຊ້​ນັກ​ທ່ອງທ່ຽວ​ດີ​ທີ່​ສຸດ. ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ກໍ່ສ້າງ​ອົບ​ຮົມ​ຜູ້ນຳ​ທ່ຽວ ​ເພື່ອ​ຮັບ​ໃຊ້​ໃຫ້​ນັກ​ທ່ອງ​ທ່ຽວ​ດີ​ທີ່​ສຸດ, ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ລາຍການ​ທ່ອງ​ທ່ຽວ​ຈັບ​ອົກ​ຈັບ​ໃຈ ​ແລະ ມີ​ປະ​ໂຫຍ​ດທີ່​ສຸດ“.

 

ຂ່າວ/ບົດ​ອື່ນ