ພິທີເປີດສະຫລອງເຄືອຂ່າຍ4GຂອງViettel

ພິທີເປີດສະຫລອງເຄືອຂ່າຍ4GຂອງViettel - ảnh 1
ທົດ​ລອງ​ການ​ນຳ​ໃຊ້ 4G ຢູ່ ບວນ​ມາ​ທວດ

(VOVworld)- ຕອນ​ເຊົ້າ​ວັນ​ທີ 18/4, ພິ​ທີ​ເປີດ​ສະ​ຫລອງ​ເຄືອ​ຂ່າຍ 4G Viettel ໄດ້​ດຳ​ເນີ​ນ​ຢູ່ ຮ່າ​ໂນ້ຍ. ເນື່ອງ​ໃນ​ໂອ​ກາ​ດນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ສົ່ງ​ຄຳ​ອວຍ​ພອນ ຍ້ອງ​ຍໍ​ໝູ່​ຄະ​ນະ​ພະ​ນັກ​ງານ, ລັດ​ຖະ​ກອນ​ຂອງ​ບໍ​ລິ​ສັດ​ໃຫ​ຍ່​ໂທ​ລະ​ຄົມ​ມະ​ນາ​ຄົມ​ກອງ​ທັບ Viettel ໃນ​ຕະ​ຫລອດ​ໄລ​ຍະ​ຜ່ານ​ມາ ໄດ້​ມາ​ນະ​ພະ​ຍາ​ຍາມ, ຕັດ​ສິນ​ໃຈ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ສື່​ສານ​ຂອ​ງ​ປະ​ເທດ​ຊາດ. ພິ​ເສດ Viettel ໄດ້​ຜັນ​ຂະ​ຫ​ຍາຍ​ເຄືອ​ຂ່າຍ 4G ມີ​ລະ​ດັບ​ສາ​ກົນ​ໃນ​ໄລ​ຍະ​ສັ້ນ, ພຽງ​ໃນ 6 ເດືອນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ຕີ​ລາ​ຄາ​ວ່າ: ເລື່ອງ Viettel ເປີດ​ສະ​ຫລອງ​ເຄືອ​ຂ່າຍ 4G ເປັນ​ຄັ້ງ​ທຳ​ອິດ​ຢູ່​ຫວຽດ​ນາມ ແມ່ນ​ການ​ການ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ຂອງ ວິ​ສາ​ຫະ​ກິດ ແຕ່ນີ້​ພຽງ​ແມ່ນ​ບາດ​ກ້າວ​ເບື້ອງ​ຕົ້ນ​ເທົ່າ​ນັ້ນ. ສຳ​ລັບ​ເຄືອ​ຂ່າຍ​ໃຫມ່ທີ່​ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍ​ໃນ​ຂອບ​ຂະ​ຫ​ນາດ​ກວ້າງ​ຂວາງ, ຕ້ອງ​ມີ​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ຄຸນ​ນະ​ພາບ, ບໍ​ລິ​ການ ເພ່ືອ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ຊົມ​ໃຊ້. ຄຽງ​ຄູ່​ກັ​ນ​ນັ້ນ ຄວນ​ມີ​ບັນ​ດາ​ນະ​ໂຍ​ບາຍ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຂໍ້​ມູນ​ຂ່າວ​ຂອງ​ບັນ​ດາ​ອົງ​ການ​ພັກ, ລັດ, ຫ​ນັງ​ສື​ພິມ​ໃຫ​ຍ່​ຈຳ​ນວນ​ຫ​ນຶ່ງ​ມາ​ສູ່​ປະ​ຊາ​ຊົນ​ໂດຍບໍ່​ຕ້ອງ​ເສຍຄ່າ.


ຕອບກັບ

ຂ່າວ/ບົດ​ອື່ນ