ພິທີເປີດສະຫຼອງອະນຸສາວະລີປະທານໂຮ່ຈີມິນຢູ່ນະຄອນໂຮ່ຈີມິນ

ພິທີເປີດສະຫຼອງອະນຸສາວະລີປະທານໂຮ່ຈີມິນຢູ່ນະຄອນໂຮ່ຈີມິນ - ảnh 1
(ເປີດສະຫຼອງອະນຸສາວະລີປະທານໂຮ່ຈີມິນຢູ່ນະຄອນໂຮ່ຈີມິນ)

(vovworld) - ສະ​ເຫຼີ​ມສະຫຼອງ 125 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ (19/5/1890-19/5/2015), ຕອນ​ເຊົ້າ​ວັນ​ທີ 17/5, ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງພິທີ​ເປີດ​ສະຫຼອງ​ອະນຸສາວະລີ​ປະທານ ​ໂຮ່ຈີ​ມິນ ​ຢູ່​​ໃຈ​ກາງ​ເຂດ​ບໍລິຫານນະຄອນ​ໂຮ່ຈີ​ມິນ.

ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ສະ​ແດງ​ຄວມ​ເຊື່ອ​ໝັ້ນ​ວ່າ, ນະຄອນ ໂຮ່ຈີ​ມິນ ຈະ​ເຮັດ​ວຽກ​ງານ​ຄຸ້ມ​ຄອງ, ຮັກສາກິດຈະ​ກຳ​ນີ້​ເປັນ​ຢ່າງ​ດີ, ປະກອບສ່ວນ​ສຶກສາ​ມູນ​ເຊື້ອ​ປະຕິວັດ​ຂອງ​ພັກ, ຂອງ​ຊາດ, ​ແບບຢ່າງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະທານ ໂຮ່ຈີ​ມິນ, ຜ່ານ​ນັ້ນ​ຊຸກຍູ້​ນຳ້​ໃຈ​ຮັກ​ຊາດ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສະຫງ່າ​ອົງອາດ​ຂອງ​ນະຄອນ ໂຮ່ຈີ​ມິນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ​ເນັ້ນ​ໜັກ​ວ່າ:

ພວກ​ເຮົາ​ເຊື້ອ​ໝັ້ນ​ວ່າ, ດ້ວຍ​ມູນ​ເຊື້ອ​ປະຕິວັດ​ອັນ​ສະຫງ່າ​ລາສີ, ຂະຫຍັນ​ຂັນ​ເຂື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ຈະ​ສືບ​ຕໍ່​ນຳ​ໜ້າ​ໃນ​ພາລະກິດ​ປ່ຽນ​ໃໝ່, ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ ສັງຄົມ​ນິ​ຍົມ. ກໍ່ສ້າງ​ນະຄອນ​ໃສ່​ຊື່​ປະທານ ​ໂຮ່ຈີ​ມິນ ​ໃຫ້​ນັບ​ມື້​ນັບ​ສີວິ​ໄລ, ທັນ​ສະ​ໄໝ, ປະຕິບັດ​ບົດບາດ​ເປັນ​ຕົວ​ເມືອງ​ພິ​ເສດ​ເພື່ອ​ທັງ​ປະ​ເທດ; ພ້ອມ​ກັບ​ທົ່ວ​ປະ​ເທດ​, ເປັນນະຄອນ​ນຳ​ໜ້າ​​ເຂດ​ພາກ​​ໃຕ້ ​ແລະ ທົ່ວ​ປະ​ເທດ. ກາຍ​ເປັນ​​ໃຈກາງ​ດ້ານ​ເສດຖະກິດ, ການ​ເງິນ, ການ​ຄ້າ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີຂອງ​ທົ່ວ​ປະ​ເທດ ​ແລະ ​ພາກ​ພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້“.

ຂ່າວ/ບົດ​ອື່ນ