ພິທີເລີ່ມເຄື່ອນໄຫວເດືອນຊາວໜຸ່ມດ້ວຍການເຄື່ອນໄຫວແທດຈິງຫຼາຍຢ່າງ

(VOVWORLD) -ຄະນະປະຈຳຊາໜຸ່ມແຂວງເງະອານ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດເລີ່ມເຄື່ອນໄຫວເດືອນຊາວໜຸ່ມ ປີ 2020

ພິທີເລີ່ມເຄື່ອນໄຫວເດືອນຊາວໜຸ່ມດ້ວຍການເຄື່ອນໄຫວແທດຈິງຫຼາຍຢ່າງ - ảnh 1 ຄະນະປະຈຳຊາໜຸ່ມແຂວງເງະອານ

(ພາບ: TTXVN)

ຕອນເຊົ້າວັນທີ 01 ມີນາ, ຢູ່ແຂວງ ເງະອານ, ຄະນະປະຈຳຊາໜຸ່ມແຂວງເງະອານ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດເລີ່ມເຄື່ອນໄຫວເດືອນຊາວໜຸ່ມ ປີ 2020, ດ້ວຍຫົວຂໍ້ວ່າ “ໄວໜຸ່ມເງະອານ ອາສາສະໝັກ, ມີຫົວຄິດປະດິດສ້າງເພື່ອຊີວິດຂອງປະຊາຄົມ, ເພື່ອເຂດຊາຍແດນ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”.

          ແລະກໍ່ໃນວັນດຽວກັນ, ມີພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມທຸກຂັ້ນຢູ່ແຂວງແຄ໊ງຮ່ວາ ໄດ້ຈັດພິທີເລີ່ມເຄື່ອນໄຫວປະຕິບັດ “ວັນອາທິດຂຽວ” ດ້ວຍບັນດາວຽກງານຄື: ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ມອບຜ້າອັດປາກ, ໃບປິວໂຄສະນາການປ້ອງກັນ, ຕ້ານເຊື້ອພະຍາດ… ສ່ວນຢູ່ຕາແສງ ນິງເວີນ, ຄະນະຊາວໜຸ່ມແຂວງ ໄດ້ເລີ່ມລົງມືກໍ່ສ້າງບັນດາກິດຈະກຳຊາວໜຸ່ມຂັ້ນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ