ພິທີເຫຼີມສະຫຼອງ 20 ປີ ແຫ່ງວັນມູນເຊື້ອຂະແໜງຫຼັກຊັບຫວຽດນາມ

ພິທີເຫຼີມສະຫຼອງ 20 ປີ ແຫ່ງວັນມູນເຊື້ອຂະແໜງຫຼັກຊັບຫວຽດນາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ

(vovworld) - ຕອນ​ເຊົ້າ, ວັນ​ທີ 28/11 ທີ່​ຮ່າ​ໂນ້ຍ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ໄດ​້​ເຂົ້າ​ຮ່ວ​ມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 20 ປີ ແຫ່ງວັນ​ມູນ​ເຊື້ອ​ຂະ​ແໜງຫຼັກ​ຊັບ​ຫວຽດ​ນາມ ( 28/11/1996-28/11/2016 ). ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ໄດ້​ຊີ​້​ນຳ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ ກໍ່ສ້າງ​ຕະຫຼາດຫຼັກ​ຊັບ​ໃຫ້​ກາຍ​ເປັນ​​ແຫ່ງ​ທີ່​ດຶງ​ດູດ​ທຶນ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ ​ຕົ້ນ​ຕໍ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ.ພ້ອມ​ທັງ​ພັດ​ທະ​ນາ​ຕະຫຼາດຫຼັກ​ຊັບ​ໃຫ້​ມີ​ຄວາມ​ໝັ້ນ​ຄົງ, ມີໂຄງ​ສ້າງ​​ສົມ​ບູນດ້ວຍຫຼາຍ​​ຂັ້ນ, ເພີ່ມ​​ຂອບ​ຂະ​ໜາດ ແລະ ຄຸນ​ນະ​ພາບ, ຫັນ​ຜະ​ລິດ​ຕະ​ພັນ​ເປັນຫຼາຍ​ຮູບ​ແບບ, ຮັບ​ປະ​ກັນ​ລັກ​ສະ​ນະເປີດ​ເຜີຍ​, ​ໂປ່ງ​ໃສ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ:

        “ເມື່ອ​ຫວນ​ຄືນ​ໄລ​ຍະ 20 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ ພວກ​ເຮົາ​ສາ​ມາດຢັ້ງ​ຢືນ​ໄດ້​ວ່າ ການ​ສ້າງ​ຕັ້ງຕະຫຼາດຫຼັກ​ຊັບ​ຫວຽດ​ນາມ​ ແມ່ນ​ແຜນ​ນະ​ໂຍ​ບາຍ​ຢ່າງ​ຖືກ​ຕ້ອງ​ໃນ​ວິ​ວັດ​ທະ​ນາ​ການ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​​ການຕະຫຼາດ​​ຕາມກຳ​ນົດ​ທິດ​ສັງ​ຄົ​ມ​ນິ​ຍົມ​ຢູ່​ຫວຽດ​ນາມ. ລັດ​ຖະ​ບານ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ສ້າງກອບ​ກົດ​ໝາຍ​ໃຫ້​ມີ​ຄວາມ​ໂປ່ງ​ໃສ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ແກ້ງ​ແຍ້ງ​ໃຫ້​ມີ​ຄວາມ​ປອດ​ໃສ, ມີ​ຄວາມ​ຍຸດ​ຕິ​ທຳ, ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ບັນ​ດາ​ນັກ​ລົງ​ທຶນ, ບັນ​ດາ​ຜູ້​ທີ່​ເຂົ້າ​ຮ່ວມ​ຕະຫຼາດ. ສືບ​ຕໍ່​ຍູ້​ແຮງ, ສ້າງ​ອົງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່, ຫັນ​ລັດ​ວິ​ສາ​ຫະ​ກິດ​ເປັນ​ຫຸ້ນ​ສ່ວນ, ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ເພື່ອ​ໃຫ້​ຕະຫຼາດຫຼັກ​ຊັບ​ຫວຽດ​ນາມ​ພັດ​ທະ​ນາ​ໄວ ແລະ ຍືນ​ຍົງ.

        ເນື່ອງ​ໃນ​ໂອ​ກາດນີ້, ຕາງ​ໜ້າ​ໃຫ້​ການ​ນຳ​ພັກ, ລັດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ໄດ້​ມອບ ຫຼຽນ​ໄຊເອ​ກະ​ລາດຊັ້ນ​ສອງ ໃຫ້​ຄະ​ນະ​ກຳ​ມະ​ການຫຼັກ​ຊັບ​ແຫ່ງ​ລັດ.


ຂ່າວ/ບົດ​ອື່ນ