ພິທີໂຮມຊຸມນຸມສະເຫຼີມສະຫຼອງ55ປີແຫ່ງວັນວິນາດສະກຳທາດພິດສີສົ້ມຫວຽດນາມ(10/08/1961-10/08/2016)

ພິທີໂຮມຊຸມນຸມສະເຫຼີມສະຫຼອງ55ປີແຫ່ງວັນວິນາດສະກຳທາດພິດສີສົ້ມຫວຽດນາມ(10/08/1961-10/08/2016) - ảnh 1
ພິທີ​ໂຮມ​ຊຸມນຸມ​ໂດ​ຍສະມາຄົມ​ຜູ້​ຮັບ​ເຄາະ​
ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ / ດີ​ໂອ​ຊີ​ນ

(vovworld) - ພິທີ​ໂຮມ​ຊຸມນຸມ​ໂດ​ຍສະມາຄົມ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 10/08 ຢູ່ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ພິທີ ມີ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ພ້ອມ​ກັບ​ການ​ນຳ​ບັນດາ​ກະຊວງ, ຄະນະ, ຂະ​​ແໜງ​ກນ​ຂັ້ນສູນ​ກາງ ​ແລະ ນະ​ຄອນ ຮ່າ​ໂນ້ຍ.

        ​ໃນ​ຊຸມ​ປີຜ່ານມາ, ພັກ, ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ຊີ້​ນຳ, ມີບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ. ​ແຕ່ລະປີ ລັດ​ສະຫງວນ​ງົບປະມານກ່ວາ 10.000 ​ຕື້​ດົ່ງ ​ເພື່ອອຸດ​ໜູນ​ປະຈຳ​ເດືອນ, ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ, ຟື້ນ​ຟູ​ສະມັດ​ທະ​ພາບ​ໃຫ້​ແກ່ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຊີ້​ແຈ້ງວ່າ:

        “ຂ້າພະ​ເຈົ້າ​ສະ​ເໜີ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ​ເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ; ສຸມ​ໃສ່​ປ່ຽນ​ໃໝ່, ຫັນ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ​ເພີ່ມ​ທະວີ​ການ​​ໂຄສະນາ, ການ​ສຶກສາ, ຂົນຂວາຍ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ​ແລະ ພໍ່​ແມ່​ພີ່ນ້ອງຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ປະຊາຊົນ​ໂລກ ​ແລະ ​ເພື່ອນ​ມິດສາ​ກົນ ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ກ່ຽວ​ກັບ ​ເຫດວິນາດສະກຳທາດ​ພິດ​ສີສົ້ມຢູ່ ຫວຽດນາມ. ຂ້າພະ​ເຈົ້າ​ສະ​ເໜີ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ ຕັ້ງໜ້າຕອບ​ສະໜອງຂະ​ບວນການ​ກະທຳ​ເພື່ອຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ; ​ເຂົ້າ​ຮ່ວມ​ການ​ເບິ່ງ​ແຍງ​ດູ​ແລ, ຊ່ວຍ​ເຫຼືອ​ຜູ້​ທີ່​ປະສົບ​ເຄາະ​ຮ້າຍ​ດ້ວຍ​ບັນດາ​ການ​ກະທຳ​ລະອຽດ ດ້ວຍ​ນ້ຳ​ໃຈອາສາສະໝັກ​ ​ແລະ ສະຕິ​ຄວາມ​ຮັບຜິດຊອບ​ສູງ​ສຸດ; ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ກໍ່ສ້າງ, ຍົກ​ລະດັບພາຫະນະ​ອຸປະ​ກອບ​ຢູ່​ຮາກ​ຖານ​ກວດ, ປິ່ນ​ປົວ, ຟື້ນ​ຟູ​ສະມັດ​ທະ​ພາບ, ​ເບິ່ງ​ແຍງ​ດູ​ແລລ້ຽງ​ດູ ​ແລະ ສອນ​ວິຊາ​ຊີບໃຫ້ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ

        ​ເຂົ້າ​ຮ່ວມ​ພິທີ, ທ່ານ​ນາງ Susan Schnall ປະທານ​ຂອງສາຂາ​ສະມາຄົມນັກຮົບ​ເກົ່າ​ເພື່ອສັນຕິພາບ​ນະຄອນ ນິວຢອກ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ:

        “ບັນດາ​ບໍລິສັດ, ​ໂຮງງານ​ຂອງ​ພວກ​ຂ້າພະ​ເຈົ້າ​ໄດ້​ຜະລິດ​ອາວຸດ​ສົງຄາມ. ກອງທັບ​ຂອງ​ພວກ​ຂ້າພະ​ເຈົ້າ​​ໄດ້​ຖິ້ມ​ລະ​ເບີດ ​ແລະ ຫວ່ານ​ທາດ​ພິດ​ລົງ​ໃສ່​ດິນ​ແດນ. ຂ້າພະ​ເຈົ້າ​ດ້ວຍຖານະ​ເປັນ​ນັກຮົບ​ເກົ່າ​ທີ່​ເຂົ້າ​ຮ່ວມ​ສົງຄາມ​ຢູ່ ຫວຽດນາມ ​ໄດ້ຍອມຮັບ ​ແລະ ຮັບຜິດຊອບ​ໃຫ້​ເລື່ອງ​ລັດຖະບານ​ຂ້າພະ​ເຈົ້າ​ໄດ້​ນຳ​ໃຊ້ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນຢູ່​ດິນ​ແດນ ​ແລະ ຫວຽດນາມ.

        ​ແລະ​ກໍ່​ໃນ​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ​ໃຫ້​ສະມາຄົມຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ ​ເພື່ອ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ຊ່ວຍ​ເຫຼື​ອບັນດາຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ທີ່​ບືນ​ຕົວ​ຂຶ້ນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ເຊື່ອ​ມຕົວ​ເຂົ້າ​ກັບ​ວົງ​ຄະນະ​ຍາດ.

 

ຂ່າວ/ບົດ​ອື່ນ