ພິທີໄຂ Festival ເຫວ໋ 2014

ພິທີໄຂ Festival ເຫວ໋ 2014  - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ເຂົ້າຮ່ວມພິທີ​ໄຂ​ Festival ​ເຫວ໋ 2014
(ພາບ: huefestival.com)


  (vovworld) - ພິທີ​ໄຂ​ Festival ​ເຫວ໋ 2014 ​ໄດ້​ດຳ​ເນີນ​ໃນ​ຄຳ່​ຄືນ​ວັນ​ທີ 12/4, ຢູ່​ສະໜາມ​ຫຼວງ ງໍ້​ມົນ, ນະຄອນ ​ເຫວ໋, ​ແຂວງ​ເທື່ອ​ທຽນ​ເຫວ໋, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງນັກສິລະ​ປະຫວຽດນາມ ​ແລະ ສາກົນ 700 ຄົນ​​ທີ່​ມາ​ຈາກ 40 ຄະນະ​ສິລະ​ປະ​ຂອງ 37 ປະ​ເທດ. ​ເປີດ​ສາກ​ພິທີ​ໄຂ​​ແມ່ນ​ລາຍການສະ​ແດງສິລະ​ປະ​ດ້ວຍ​ບັນດາ​ບົດ​ເພງ​ພື້ນ​ເມືອງ​ຫວຽດນາມ, ຖັດມາ​ແມ່ນລາຍ​ການສະ​ແດງຂອງ​ບັນດາ​ຄະນະສິລະ​ປະ​ທີ່​ມາ​ຈາກ​ລັດ​ເຊຍ, ຈີນ, ອົດ​ສະ​ຕາ​ລີ, ສ​ເກົາຫຼີ, ຍີ່ປຸ່ນ… ອັນ​ໄດ້​ເຮັດ​ໃຫ້​ພິທີ​ໄຂ​ມີ​ຄວາມ​ຟົດ​ຟື້ນ ​ແລະ ຮຸ່​ງເຮື​ອງ​ເຫຼືອງ​ເຫຼື້ອມ​ກວ່າ. ກ່າວ​ຄວາມ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກຢືນຢັນ​ວ່າ, ພັກ ​ແລະ ລັດ​ກຳນົດ​ວັດທະນະທຳ​ແມ່ນ​ພື້ນຖານ​ດ້ານ​ຈິດ​ໃຈ​ຂອງ​ສັງຄົມ, ການ​ພັດທະນາ​ເສດຖະກິດ​ຕ້ອງ​ອີງ​ບົນ​ພື້ນຖານ​ວັດທະນະທຳ, ມຸງ​ໄປ​ເຖິງ​ສັງຄົມ​ຍຸຕິ​ທຳ, ປະຊາທິປະ​ໄຕ, ສີວິ​ໄລ, ປະຊາຊົນ​ມີ​ຄວາມ​ຜາ​ສຸກ ​ແລະ ພັດທະນາ​ຢ່າງຮອບດ້ານ.

​ເພື່ອ​ໃຫ້ Festival ​ເຫວ໋ນັບ​ມື້​ນັບ​ມີ​ຊີວິດ​ຊີວາ ​ແລະ ນຳ​ມາ​ເຊິ່ງປະສິດ​ທິຜົນ​ຢ່າງ​ແທດ​ຈິງ, ​ເທື່ອ​ທຽນ​ເຫວ໋ ຄວນ​ສືບ​ຕໍ່​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖີ່​ນຢ່າງ​ແໜ້ນ​ແຟ້ນກວ່າ​ອີກ ​ເພື່ອ​ປະຕິບັດ​ຄາດໝາຍ​ກໍ່ສ້າງ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນ​ນະ​ທາດ​ອັນ​ດີງາມ​ຂອງ​ຊາວ​ຫວຽດນາມ, ຮັກສາ​ມູນ​ເຊື້ອ​ວັດທະນະທຳ​ທີ່​ລຳ້​ຄ່າ​ຂອງ​ຊາດ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ການ​ຕະຫຼາດ ​ແລະ ການ​ເຊື່ອມ​ໂຍງ​ກັບ​ສາກົນ​ໃນ​ປະຈຸ​ບັນ ກໍ່​ຄື​ກຳນົດໜ້າ​ທີ່ຕົ້ນຕໍ​ຂອງ​ການຈັດ​ຕັ້ງ Festival ​ເຫວ໋ ​ແມ່ນ​ໂຄສະນາ, ​ແນະນຳ​ວັດທະນະທຳ, ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ​ເຖິງ​ເພື່ອນ​ມິດສາ​ກົນ”.

ຂ່າວ/ບົດ​ອື່ນ