ພິທີໄຂກອງປະຊຸມ ແລະ ງານວາງສະແດງດີຈີຕອນໂລກ 2021

(VOVWORLD) -ແມ່ນເຫດການທົ່ວໂລກ, ເຊິ່ງເປັນແຫ່ງເພື່ອໃຫ້ວິສາຫະກິດໂທລະຄົມມະນາຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານໂລກ ໂຄສະນາຜະລິດຕະພັນ, ການບໍລິການ, ບັນດາມາດຕະການແກ້ໄຂເຕັກໂນໂລຊີກ້າວໜ້າທີ່ສຸດໃນໂລກ.
ພິທີໄຂກອງປະຊຸມ ແລະ ງານວາງສະແດງດີຈີຕອນໂລກ 2021 - ảnh 1ງານວາງສະແດງລວມມີຮ້ານວາງສະແດງແບບທາງໄກ 2 ມິຕິ ແລະ 3 ມິຕິ
(ພາບ: ITU)

ພິທີໄຂກອງປະຊຸມ ແລະ ງານວາງສະແດງດີຈີຕອນໂລກ 2021 (ITU Digital World 2021) ດຳເນີນໃນຕອນຄ່ຳວັນທີ 12 ຕຸລາ, ດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ, ຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການຂອງຫວຽດນາມ, ບັນດາຄະນະທູຕານຸທູດ ແລະ ບັນດາອົງການຈັດຕັ້ງສາກົນ. ເຫດການໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ແລະ  ສະຫະພາບໂທລະຄົມມະນາຄົມສາກົນ (ITU) ຈັດຕັ້ງໃນລະຫວ່າງວັນທີ 12 ຕຸລາ ຫາວັນທີ 12 ພະຈິກ ບົນພື້ນຖານດີຈີຕອນໂດຍ ຫວຽດນາມ ຄົ້ນຄວ້າ, ກໍ່ສ້າງ. ນີ້ແມ່ນເຫດການທົ່ວໂລກ, ເຊິ່ງເປັນແຫ່ງເພື່ອໃຫ້ວິສາຫະກິດໂທລະຄົມມະນາຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານໂລກ ໂຄສະນາຜະລິດຕະພັນ, ການບໍລິການ, ບັນດາມາດຕະການແກ້ໄຂເຕັກໂນໂລຊີກ້າວໜ້າທີ່ສຸດໃນໂລກ. ເວທີປາໄສລັດຖະມົນຕີ, ບັນດາກອງປະຊຸມສຳມະນາຫົວເລື່ອງສະເພາະໃນຂົງເຂດເຫດການ ຈະສຸມໃສ່ປຶກສາຫາລືບັນດາທ່າອ່ຽງພັດທະນາ, ນະໂຍບາຍຄຸ້ມຄອງ, ມາດຕະການແກ້ໄຂດ້ານເຕັກໂນໂລຊີ ເພື່ອຊຸກຍູ້ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ.

        ງານວາງສະແດງລວມມີຮ້ານວາງສະແດງແບບທາງໄກ 2 ມິຕິ ແລະ 3 ມິຕິ, ວາງສະແດງບັນດາຜະລິດຕະພັນການບໍລິການ, ມາດຕະການແກ້ໄຂດີຈີຕອນຂອງວິສາຫະກິດ, ບັນດາຮ້ານວາງສະແດງຂອງປະເທດ. ໃນຂະນະນັ້ນ, ເວທີປາໄສແບບທາງໄກລວມມີບັນດາກອງປະຊຸມ, ກອງປະຊຸມສຳມະນາຫົວເລື່ອງສະເພາະ (ດຳເນີນແຕ່ເດືອນ ກັນຍາ ຫາເດືອນ ພະຈິກ) ແລະ ກອງປະຊຸມລັດຖະມົນຕີ (ດຳເນີນແຕ່ວັນທີ 12 – 14 ຕຸລາ) ມຸ່ງໄປເຖິງຫົວເລື່ອງລວມ: “ພ້ອມກັນສ້າງໂລກດີຈີຕອນ”.

ຕອບກັບ

ຂ່າວ/ບົດ​ອື່ນ