ພິທີໄຂງານບຸນຍາມຕົ້ນລະດູບານໃໝ່ໃນທົ່ວປະເທດຖືກດຳເນີນໄປຢ່າງຟົດຟື້ນ

(VOVWORLD) -ຕອນຄ່ຳວັນທີ 17 ກຸມພາ (ກົງກັບວັນທີ 13 ເດືອນຈຽງ ບຸນເຕັດ 2019), ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ວິຫານ ແລະ ເຂດສຸສານບັນດາເຈົ້າຊີວິດລາຊະວົງ ເຈິ່ນ (ຕາແສງຕ໊ຽນດຶກ, ເມືອງຮືງຮ່າ, ແຂວງທ໊າຍບິ່ງ), ໄດ້ໄຂງານບຸນວິຫານ ເຈິ່ນ (ທ໊າຍບິ່ງ) 2019.

ພິທີໄຂງານບຸນຍາມຕົ້ນລະດູບານໃໝ່ໃນທົ່ວປະເທດຖືກດຳເນີນໄປຢ່າງຟົດຟື້ນ - ảnh 1 ໄຂງານບຸນວິຫານ ເຈິ່ນ (ທ໊າຍບິ່ງ) 2019

(ພາບ: TTXVN)

ງານບຸນວິຫານ ເຈິ່ນ (ທ໊າຍບິ່ງ) ຖືກດຳເນີນໃນວັນທີ 13 ເດືອນຈຽງ ແຕ່ລະປີ ແມ່ນເພື່ອເຊີດຊູຄຸນງາມຄວາມດີຂອງບັນດາເຈົ້າຊີວິດໃນສະໄໝລາດຊະວົງ ເຈິ່ນ (ທ໊າຍບິ່ງ) ໃນປະຫວັດສາດ, ກໍ່ຄືການສຶກສາມູນເຊື້ອ, ຫຼັກສິນທຳທີ່ວ່າ “ກິນເຂົ້າຄິດຮອດຄຸນນາ,ກິນປາຄິດຮອດຄຸນນ້ຳ” ໃຫ້ລຸ້ນຫຼັງ, ພ້ອມທັງຢືນຢັນວ່າ, ງານບຸນວິຫານ ເຈິ່ນ ມີຄວາມໝາຍສຳຄັນທາງດ້ານຊີວິດດ້ານຈິດວິນຍານຂອງຊາດ.

        ແລະກໍ່ໃນວັນດຽວກັນ, ຢູ່ງານບຸນ ຕານວຽນເຊີນແທ໊ງ ແລະ ພິທີເປີດສະຫຼອງງານທ່ອງທ່ຽວ ບາວີ 2019 ໂດຍເມືອງບາວີ ຈັດຕັ້ງ ຖືກດຳເນີນຢູ່ວິຫານ ຮ້າ, ຕາແສງ ມິງກວາງ, ເມືອງບາວີ (ຮ່າໂນ້ຍ). ງານບຸນ ຕານວຽນເຊີນແທ໊ງ ປີນີ້ດຳເນີນໃນລະຫວ່າງວັນທີ 17 – 19 ກຸມພາ (ກົງກັບວັນທີ 13 – 15 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ. ງານບຸນ ຖືກດຳເນີນໄປດ້ວຍພິທີກຳທີ່ເປັນປະເພນີຫຼາຍຢ່າງ ແລະ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳທ້ອງຖິ່ນ.

        ວັນທີ 17 ກຸມພາ, ຢູ່ແຂວງຮ່າຕິ້ງ ກໍ່ໄດ້ຈັດງານບຸນ ຫາຍເຖື້ອງລ້ານອົງ. ຫາຍເຖື້ອງລ້ານອົງ (ເລຮິວຈ໊າກ) ແມ່ນຜູ້ໃຫ້ກຳເນີດອາຊີບແພດໝໍພື້ນເມືອງຫວຽດນາມ, ແມ່ນແບບຢ່າງດີເດັ່ນໃນຂະແໜງສາທາລະນະສຸກ, ເປັນແບບຢ່າງໃຫ້ລຸ້ນຫຼັງຮ່ຳຮຽນປະຕິບັດຕາມ.

        ແລະກໍ່ໃນໂອກາດນີ້, ຢູ່ເທດສະບານເມືອງ ຢາຫງຽັ້ຍ, ແຂວງດັກນົງ; ຕາແສງ Ea Tam, ເມືອງ ກຣົງ ນັງ, ແຂວງດັ໊ກລັກ ກໍໄດ້ຈັດງານບຸນດັ່ງກ່າວຢ່າງຟົດຟື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ