ພິທີ​​ໄຂ​ວັນ​ບຸນ Start up ປ່ຽນ​ແປງ​​ໃໝ່ປະ​ດິດຄິດ​ສ້າງ ດ້ວຍຂອບຂະໜາ​ດ​ໃຫຍ່​ທີ່​ສຸດ​​ໃນ​ປີ 2019

(VOVWORLD) -ພິທີໄຂ ວັນບຸນ Start up  ປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ 2019 ຖືກດໍາເນີນໃນຕອນຄໍ່າວັນທີ 4 ທັນວາ, ຢູ່ຮະລອງ, ໂດຍກະຊວງວິທະຍາສາດ - ເຕັກໂນໂລຢີຫວຽດນາມ ສົມທົບກັບຄະນະກໍາມະການປະຊາຊົນແຂວງກວ໋າງນິງ ຈັດຕັ້ງຂຶ້ນ.
ພິທີ​​ໄຂ​ວັນ​ບຸນ Start up  ປ່ຽນ​ແປງ​​ໃໝ່ປະ​ດິດຄິດ​ສ້າງ ດ້ວຍຂອບຂະໜາ​ດ​ໃຫຍ່​ທີ່​ສຸດ​​ໃນ​ປີ 2019 - ảnh 1 ລາຍການສິລະປະທີ່ໄດ້ສະແດງໃນພິທີໄຂ 

        ຈຸດພົ້ນເດັ່ນຂອງ ວັນບຸນ Start up  ປ່ຽນແປງໃໝ່ປະດິດຄິດສ້າງປີນີ້ ແມ່ນ ມີການເຂົ້າຮ່ວມຂອງນັກລົງທຶນ, ກອງທຶນຕ່າງປະເທດ ແລະ ນັກຊ່ຽວຊານສາກົນ ເປັນຈໍານວນຫຼວງຫຼາຍ. ດ້ວຍການກໍານົດທິດຕົ້ນຕໍ ແມ່ນ “ສຸມແຫຼ່ງກໍາລັງ”. ເຫດການດັ່ງກ່າວ ໄດ້ມຸ່ງໄປເຖິງເປົ້າໝາຍກາຍເປັນພື້ນຖານຮ່ວມສໍາພັນ, ພັດທະນາຕາໜ່າງແບ່ງປັນລະຫວ່າງບັນດາພາກສ່ວນໃນວົງການ Start up  ປະດິດຄິດສ້າງ ຫວຽດນາມ ກັບ ວົງການ Start up  ປະດິດຄິດສ້າງໃນພາກພື້ນ ແລະ ໃນໂລກ; ອັບເດັດທ່າອ່ຽງເຕັກໂນໂລຢີ ແລະ Start up  ປະດິດຄິດສ້າງຫຼ້າສຸດ; ເຊື່ອມຕໍ່ການລົງທຶນລະຫວ່າງກອງທຶນການລົງທຶນຄວາມສ່ຽງ ແລະ ນັກລົງທຶນສ່ຽງ, ບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ພາຍໃນປະເທດ ແລະ ສາກົນ ກັບ ບັນດາວິສາຫະກິດ Start up  ປະດິດຄິດສ້າງ. ກ່າວຄໍາເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ຢັ້ງຢືນວ່າ:

        “ຜົນສໍາເລັດໃນເບື້ອງຕົ້ນຂອງບັນດາວິສາຫະກິດ Start up  ປະດິດຄິດສ້າງ ຢູ່ຫວຽດນາມ ບໍ່ພຽງແຕ່ປະກອບສ່ວນໂດຍກົງເຂົ້າໃນການເຕີບໂຕເສດຖະກິດຂອງປະເທດຊາດເທົ່ານັ້ນ, ຫາກສໍາຄັນກວ່ານັ້ນ ແມ່ນນໍ້າໃຈດັ່ງກ່າວກໍໄດ້ສ້າງແຫຼ່ງກໍາລັງໃຈໃຫ້ແກ່ອໍານາດການປົກຄອງທຸກຂັ້ນ ແລະ ທົ່ວສັງຄົມອີກດ້ວຍ. ຖ້າຫາກພວກເຮົາກຽມພ້ອມເພື່ອນໍາເອົາບັນດາແນວຄວາມຄິດໃໝ່ ແລະ ໃຫ້ກໍາລັງໃຈຕໍ່ບັນດາແນວຄວາມຄິດທີ່ດີ ແລ້ວຮ່ວມແຮງຮ່ວມໃຈກັນປະຕິບັດ ແນ່ນອນວ່າ ຈະປະສົບຜົນສໍາເລັດ”.

        ໂດຍດໍາເນີນໃນລະຫວ່າງວັນທີ 4 – 6 ທັນວາ, ວັນບຸນ Start up  ປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ 2019 ຕັ້ງຄວາມຫວັງວ່າ ຈະແມ່ນເວທີເຊື່ອມຕໍ່ ແລະ ຍູ້ແຮງການພົວພັນແລກປ່ຽນຂອງວິສາຫະກິດ Start up ທີ່ມີຄວາມສາມາດບົ່ມຊອ້ນຢ່າງໜອ້ຍ 250 ແຫ່ງ; ນັກລົງທຶນພາຍໃນ ແລະ ສາກົນເກືອບ 250 ແຫ່ງ; ວິສາຫະກິດໃຫຍ່, ກຸ່ມບໍລິສັດ ແລະ ບັນດາອົງການໜູນຊ່ວຍການ Start up   150 ແຫ່ງ. 

ຕອບກັບ

ຂ່າວ/ບົດ​ອື່ນ