ພິທີໄຂວັນບຸນ ບໍລິຈາກເລືອດລະດູບານໃໝ່

(VOVWORLD) -“ຢາດເລືອດ - ກອບກູ້ເອົາຊີວິດ”

        ວັນບຸນບໍລິຈາກເລືອດ ລະດູບານໃໝ່ ຄັ້ງທີ 7 ຖືກຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 23 ກຸມພາ ດ້ວຍສານທີ່ວ່າ “ຢາດເລືອດ - ກອບກູ້ເອົາຊີວິດ”. ງານບຸນໄດ້ດຶງດູດຜູ້ເຂົ້າຮ່ວມ ປະມານ 12.000 ຄົນ, ຄາດວ່າຈະໄດ້ຮັບເລືອດບໍລິຈາກ 5.000 ຖົງເພື່ອປິ່ນປົ່ວພະຍາດ. ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ຕີກ້ອງໄຂວັນບຸນ ແລະ ມອບຂອງຂວັນຊົມເຊີຍບັນດາທ່ານໝໍ ຢູ່ສະຖາບັນເລືອດສາດ - ແລະສົ່ງເລືອດສູນກາງ ເນື່ອງໃນໂອກາດວັນແພດໝໍຫວຽດນາມ 27 ກຸມພາ.

ພິທີໄຂວັນບຸນ ບໍລິຈາກເລືອດລະດູບານໃໝ່ - ảnh 1 ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ເຂົ້າຮ່ວມພິທີໄຂວັນບຸນ 

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽດວັນກຸຍ, ຮອງປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ, ຫົວໜ້າຄະນະຈັດຕັ້ງວັນບຸນ ໃຫ້ຮູ້ວ່າ:

        “ຄວາມຕ້ອງການເລືອດຂອງຄົນເຈັບ ແມ່ນຫຼວງຫຼາຍ. ດັ່ງນັ້ນ, ບັນດາຄະນະຊີ້ນໍາປຸກລະດົມການເຄື່ອນໄຫວບໍລິຈາກເລືອດດ້ວຍຄວາມສະໝັກໃຈ ຢູ່ຂັ້ນຕ່າງໆ, ບັນດາອົງການ ແລະ ຫົວໜ່ວຍຂອງນະຄອນ ເອົາໃຈໃສ່, ຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ ເພື່ອຮັບປະກັນໃຫ້ປະຊາຊົນເມື່ອມາປິ່ນປົ່ວຢູ່ໂຮງໝໍແຫ່ງຕ່າງໆ ໃນບໍລິເວັນນະຄອນ ລ້ວນແຕ່່ໄດ້ສະໜອງເລືອດທີ່ມີຄຸນນະພາບ ແລະ ທັນການ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າກໍຮຽກຮ້ອງໃຫ້ປະຊາຊົນທຸກຄົນໃນນະຄອນ, ທຸກອົງການ, ຫົວໜ່ວຍ ໃນບໍລິເວນນະຄອນ ຈົ່ງຕັ້ງໜ້າເຂົ້າຮ່ວມການບໍລິຈາກເລືອດເພື່ອກອບກູ້ເອົາຊີວິດຄົນເຈັບ ດ້ວຍຄວາມຮັກແພງ ແລະ ມີຄວາມຮັບຜິດຊອບ”.

ຕອບກັບ

ຂ່າວ/ບົດ​ອື່ນ