ພິທີໄວ້ອາໄລຈາລຶກບຸນຄຸນທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ

(VOVWORLD) -ຕອນເຊົ້າວັນທີ 10 ພຶດສະພາ, ທີ່ສຸສານນັກຮົບເສຍສະຫຼະຊີວິດແຫ່ງຊາດທາງເລກ 9, ຄະນະກຳມະການປະຊາຊົນແຂວງ ກວາງຈິ້ ໄດ້ຈັດຕັ້ງພິທີຮັບ 21 ອັດຖິ ແລະ ໄວ້ອາໄລຈາລຶກບຸນຄຸນນັກຮົບເສຍສະຫຼະຊີວິດ ແລະ ຂຸມຝັງສົບລວມໝູ່ 1 ຂຸມແມ່ນທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ.
ພິທີໄວ້ອາໄລຈາລຶກບຸນຄຸນທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ - ảnh 1 ພິທີໄວ້ອາໄລຈາລຶກບຸນຄຸນທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ (ພາບ: baoquangtri.vn)

 ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ຄຳພູນ ຕຸໄພທູນ, ຮອງເຈົ້າແຂວງ, ປະທານຄະນະປະຕິບັດງານພິເສດແຂວງ ສະຫວັນນະເຂດ (ລາວ), ເນັ້ນໜັກວ່າ: ພັກ, ລັດ ແລະ ປະຊາຊົນບັນດາເຜົ່າລາວເວົ້າລວມ, ອຳນາດການປົກຄອງ, ປະຊາຊົນແຂວງ ສະຫວັນນະເຂດເວົ້າສະເພາະ, ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການເສຍສະຫຼະ ເລືອດເນື້ອຂອງບັນດານັກຮົບອາສາສະໝັກ ຫວຽດນາມ ເພື່ອເຮັດຫຼ້ອນໜ້າທີ່ສາກົນອັນສູງສົ່ງ ເພື່ອເອກະລາດ, ອິດສະຫຼະພາບຂອງ 2 ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ