ພິທີໄຫວ້ອາໄລ, ຝັງອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ກຳປູເຈຍ 39 ຊຸດຢູ່ ກຳປູເຈຍ

ພິທີໄຫວ້ອາໄລ, ຝັງອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ກຳປູເຈຍ 39 ຊຸດຢູ່ ກຳປູເຈຍ - ảnh 1
(ພາບປະກອບ ຈາກ Lê Sen/TTXVN)

(vovworld) – ວັນ​ທີ 31/7, ຢູ່​ສຸສານ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ຕາມ​ນົງ (​ແຂວງ ດົ່ງ​ທາ​ບ), ​ໄດ້​ດຳ​ເນີນ​ພິທີ​​ໄຫວ້ອາ​ໄລ​, ຝັງ​ອັດຖິ​ທະຫານ​ອາສາ​ສະ​ໝັກ ​ແລະ ຜູ້ຊ່ຽວຊານ ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ໃນ​ໄລຍະ​ສົງຄາມ​ຢູ່ ກຳປູ​ເຈຍ 39 ຊຸດ. ທີ່​ພິທີ ​ໄຫວ້ອາ​ໄລ, ທ່ານ​ນາງ ​ເຈີ່ນ​ທິທ໋າຍ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດົ່ງ​ທາ​ບ, ຢັ້ງຢືນວ່າ​ປະ​ເທດ​ຊາດ ​ແລະ ປະຊາຊົນ ຮູ້​ບຸນຄຸນ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດານັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ຕະຫຼອດ​ໄປ. ການ​ເສຍສະຫຼະ​ຊີວິດອັນ​ສູງສົ່ງ​ຂອງ​ບັນດາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໄດ້​ປະກອບສ່ວນ​ນຳ​ມາ​ເຊິ່ງສັນຕິພາບ​ກໍ່​ຄື​ເພີ່ມ​ພຸ​ນຄຸນ​ສ້າງ​ໃຫ້​ແກ່​ສາຍ​ພົວພັນ​ສາມັກຄີ ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ປະຊາຊົນ ຫວຽດນາມ  - ກຳປູ​ເຈຍ.




ຂ່າວ/ບົດ​ອື່ນ