ພິທີໄຫວ້ອາໄລທ່ານນາງຫວໍທິທັງ

ພິທີໄຫວ້ອາໄລທ່ານນາງຫວໍທິທັງ - ảnh 1
ງານ​ສົບ​ທ່ານ​ນາງ ຫວໍ​ທິທັງ
photo:dantri.com.vn


(vovworld)- ​ຕອນ​ເຊົ້າ​ວັນ​ທີ 23/8 ຢູ່ ນະຄອນ ​ໂຮ່ຈິ​ມີນ, ງານ​ສົບ​ທ່ານ​ນາງ ຫວໍ​ທິທັງ ​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດຢູ່ຫໍ​ງານ​ສົບ​ກະຊວງ​ປ້ອງ​ກັນ​ປະ​ເທດ​ທາງ​ພາກ​ໃຕ້ ຕາມ​ພິທີການ​ຂັ້ນ​ສູງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ນຳ​ຫນ້າ​ຄະນະ​ຜູ້​ແທນ​ລັດຖະບານ; ທ່ານ​ເລ​ແທງ​ຫາຍ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມີນ ນຳ​ຫນ້າ​ຄະນະ​ຜູ້​ແທນ​ນະຄອນ ​ໂຮ່ຈິ​ມີນ ພ້ອມ​ດ້ວຍ​ບັນດາ​ການ​ນຳ​ພັກ, ລັດ, ອະດີດ​ການ​ນຳ​ພັກ, ລັດ, ຜູ້ຕາງຫນ້າ​ບັນດາ​ກະຊວງ, ຄະນະ, ຂະ​ແຫນງ​ການ​ສູນ​ກາງ, ບັນດາ​ແຂວງ, ນະຄອນ, ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ພາຍ​ໃນ ​ແລະ ສາກົນ ມາ​ໄຫວ້​ອາ​ໄລ, ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ​ມາ​ຍັງ​ຄອບຄົວ​ທ່ານ​ນາງ.

ທ່ານ​ນາງ ຫວໍ​ທິທັງ ​ເກີດ ປີ 1945 ຢູ່ ​ແຂວງ ລອງ​ອານ, ​ເປັນ​ອະດີດ​ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 8 ​ແລະ ຊຸດ​ທີ 9; ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 9,10,11; ອະດີດ​ຫົວຫນ້າ​ກົ​ມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ, ອະດີດ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ ​-ກູ​ບາ, ຮອງ​ປະທານ​ສະຫະພັນ​ແມ່ຍິງ ຫວຽດນາມ. ກ່ອນ​ນີ້ ທ່ານ​ນາງ ຫວໍ​ທິທັງ ​ໄດ້​ຮູ້​ຈັກ​ເຖິງ​ແມ່ນ​ແບບຢ່າງ​ດີ​ເດັ່ນ​ຂອງ​ຊາວ​ຫນຸ່ມ​ຮັກ​ຊາດ. ທ່ານ​ນາງ ຫວໍ​ທິທັງ ​ເຖິງ​ແກ່​ມໍລະນະ​ກຳ​ໃນ​ວັນ​ທີ 22/8 ຢູ່ ນະຄອນ ​ໂຮ່ຈິ​ມີນ ລວມອາຍຸ 69 ປີ.

ຂ່າວ/ບົດ​ອື່ນ