ພິທີໄຫວ້ອາໄລທ່ານຮອງນາຍົກລັດຖະມົນຕີ ເລວັນແທງ

(VOVWORLD) - ພິທີໄຫວ້ອາໄລ ແລະ ສົ່ງທ່ານຮອງນາຍົກລັດຖະມົນຕີ ເລວັນແທງ ມາສຸສານບ້ານເກີດເມືອງນອນຢູ່ຕາແສງ ເຕີນລຽນ, ເມືອງວິ້ງບ໋າວ, ນະຄອນຫາຍຟ່ອງ, ຕາມພິທີທາງການລະດັບຊາດ.
ພິທີໄຫວ້ອາໄລທ່ານຮອງນາຍົກລັດຖະມົນຕີ ເລວັນແທງ - ảnh 1ພິທີໄຫວ້ອາໄລທ່ານຮອງນາຍົກລັດຖະມົນຕີ ເລວັນແທງ
(ພາບ: VGP)

            ຕອນເຊົ້າວັນທີ 26 ສິງຫານີ້, ຢູ່ນະຄອນ ຫາຍຟ່ອງ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄອບຄົວ ໄດ້ຈັດພິທີໄຫວ້ອາໄລ ແລະ ສົ່ງທ່ານຮອງນາຍົກລັດຖະມົນຕີ ເລວັນແທງ ມາສຸສານບ້ານເກີດເມືອງນອນຢູ່ຕາແສງ ເຕີນລຽນ, ເມືອງວິ້ງບ໋າວ, ນະຄອນຫາຍຟ່ອງ, ຕາມພິທີທາງການລະດັບຊາດ.

     ເຂົ້າຮ່ວມພິທີໄຫວ້ອາໄລມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ; ທ່ານອະດີດປະທານປະເທດ ຫງວຽນຊວັນຟຸກ; ພ້ອມກັບບັນດາທ່ານຮອງນາຍົກລັດຖະມົນຕີ: ເລມິນຄາຍ, ເຈີ່ນຮົ່ງຮ່າ, ເຈີ່ນລຶວກວາງ; ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ.

            ອ່ານສານໄຫວ້ອາໄລຫາທ່ານຮອງນາຍົກລັດຖະມົນຕີ ເລວັນແທງ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ຖືວ່າ: ໃນຕະຫຼອດຊີວິດຂອງຕົນ, ເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທງ ຍາມໃດກໍເປັນແບບຢ່າງທີ່ໃສແຈ້ງກ່ຽວກັບຄຸນນະທາດການເມືອງ, ຈິດໃຈນຳໜ້າໃນການປ່ຽນແປງໃໝ່, ກ້າຄິດກ້າທຳ, ກ້າຮັບຜິດຊອບ, ອຸທິດສ່ວນຕົນເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ