ພື້ນຖານເສດຖະກິດຫວຽດນາມພວມໄປຖືກທິດ

 ພື້ນຖານເສດຖະກິດຫວຽດນາມພວມໄປຖືກທິດ - ảnh 1
ທ່ານ Roberto Azevedo, ຜູ້​ອຳ​ນວຍ​ການ​ໃຫຍ່ ອົງ​ການ​ການ​ຄ້າ​ໂລກ
ພາບ: guardian

(vovworld)- ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ​ພວມ​ໄປ​ຖືກ​ທິດ, ນີ້​ແມ່ນຄຳຢັ້ງ​ຢືນ​ຂອງ​ທ່ານ Roberto Azevedo, ຜູ້​ອຳ​ນວຍ​ການ​ໃຫຍ່ ອົງ​ການ​ການ​ຄ້າ​ໂລກ (WTO) ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ຫັນ​ການ​ຄ້າ​ເປັນ​ເສ​ລີ ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ອນ​ທີ່​ມາ​ ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ໃນ​ລະ​ຫວ່າງ ວັນ​ທີ 14-15/4. ຜູ້​ອຳ​ນວຍ​ການ​ໃຫຍ່ ອົງ​ການ​ການ​ຄ້າ​ໂລກ (WTO) Roberto Azevedo ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ​ບັນ​ລຸ​ໄດ້​ຄວາມ​ຄືບ​ຫນ້າ​ຫລາຍ​ຢ່າງ ນັບ​ທັງ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ ແລະ ສັງ​ຄົມ. ປະ​ຊາ​ຊົນ​ນັບ​ລ້ານໆ​ຄົນ​ໄດ້​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ອຶ​ດ​ຫິວ​ທຸກ​ຍາກ. ຫວຽດ​ນາມ ໄດ້​ກາຍ​ເປັນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ແຖວ​ຫນ້າ​​ຂອງ​ໂລກ, ແມ່ນ​ສະ​ຖານ​ທີ່​ດູດ​ດື່ມ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ​ຢູ່ ອາ​ຊີ. ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ພວມ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ພາກ​ພື້ນ ແລະ ໂລກ. ທ່ານ Roberto Azevedo ໃຫ້​ຮູ້​ວ່າ: ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້ ທ່ານ​ຈະ​ພົບ​ປະ​ກັບ​ບັນ​ດາ​ເຈົ້າ​ຫນ້າ​ທີ່​ຂອງ​ລັດ​ຖະ​ບານ, ຜູ້​ຕາງ​ຫນ້າ​ວິ​ສາ​ຫະ​ກິດ, ບັນ​ດາ​ນັກ​ຄົ້ນ​ຄ້​ວາ ແລະ ພິ​ຈາ​ລະ​ນາ ເລື່ອງ WTO ອາດ​ຈະ​ຊ່ວຍ​ເຫລືອ​ຫວຽດ​ນາມ ໃນ​ວິ​ວັດ​ການ​ພັດ​ທະ​ນາ. ທ່ານ Roberto Azevedo ຢືນ​ຢັນ​ວ່າ: ນັບ​ແຕ່​ເມື່ອ​ເຂົ້າ​ເປັນ​ສະ​ມາ​ຊິກ WTO ໃນ​ປີ 2007, ຫວຽດ​ນາມ​ໄດ້​ມີບາງ​ບາດ​ກ້າວ​ເພື່ອ​ຫັນ​ພື້ນ​ຖານ​ເສດ​ຖະ​ກິດ​ເປັນ​ທັນ​ສະ​ໄຫມ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ອັນ​ດູດ​ດື່ມ ແລະ ສະ​ດວກກວ່າ. ຫວຽດ​ນາມ ໄດ້​ພັດ​ທະ​ນາ​ເຄືອ​ຂ່າຍ​ບັນ​ດາ​ສັນ​ຍາ​ການ​ຄ້າ ແລະ ເຂົ້າ​ຮ່ວມ​ບັນ​ດາ​ສັນ​ຍາ​ພາກ​ພື້ນ​ຄື: ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ TPP.

 

ຕອບກັບ

ຂ່າວ/ບົດ​ອື່ນ